ການປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ

ການປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ງີ້
ພາບ: internet


vovworld)- ວັນ​ທີ 5/9 ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ປະຈຳ​ເດືອນ ​ເພ່ືອ​ປະກາດ​ບາງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງ​ປະ​ເທດ​ຂອງ​ການ​ນຳ​ລັດ ​ແລະ ລັດຖະບານ​ຫວຽດນາມ ​ໃນ​ເດືອນ 9/2013. ກ່ຽວ​ກັບ​ບັນຫາ ຊີຣີ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ງີ້ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ບໍ່​ມີ​ຄົນ​ງານ​ຫວຽດນາມ ​ເຮັດ​ວຽກ​ຢູ່ ຊີຣີ ຕາມ​ນະ​ໂຍບາຍ​ຂອງ​ລັດ. ຕາມ​ຂ່າວ​ຄາວ​ທີ່​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ, ສະຖານທູດ​ຫວຽດນາມ ຢູ່ ຕວກກີ ຮັບຜິດ​ຊອບ​ບັນຫາ​ຊີ​ຣີ ພວມ​​ເຮ​ັດລະບຽບ​ການສົ່ງ​ພົນລະ​ເມືອງ ຫວຽດນາມ 3 ຄົນ​ທີ່​ພວມ​ໄປ​ທ່ອງ​ທ່ຽວ​ຢູ່​ຊີຣີ ກັບ​ຄືນ​ເມືອ​ປະ​ເທດ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ຈົ່ງ​ລະງັບ​ໃຈ, ຊອກ​ຫາ​ມາ​ດຕະການ​ສັນຕິພາບ​ບົນ​ພື້ນຖານ​ເຄົາລົບ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ