ການ​ປະ​ຊຸມ​ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດປີ 2021

(VOVWORLD) -  ຕາມຂໍ້ຕົກລົງຂອງທ່ານປະທານປະເທດ, ສະພາທີ່ປຶກສາອະໄພຍະໂທດປີ 2021 ລວມມີສະມາຊິກ 10 ທ່ານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ເປັນປະທານສະພາ.
ການ​ປະ​ຊຸມ​ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດປີ 2021 - ảnh 1

 (ພາບ:TTXVN)

   ຕອນເຊົ້າວັມທີ 10 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ໄດ້ເປັນປະທານການປະຊຸມສະພາທີ່ປຶກສາອະໄພຍະໂທດປີ 2021. ຕາມນັ້ນແລ້ວ, ເນື່ອງໃນໂອກາດວັນຊາດ ຫວຽດນາມ (ຄືວັນທີ 2 ກັນຍາ) ປີນີ້, ຈະປະຕິບັດການອະໄພຍະໂທດກ່ອນກຳນົດເວລາ ໃຫ້ຜູ້ຖືກຕັດສິນລົງໂທດທີ່ມີການກຳນົດເວລາ, ຈຳຄຸກຕະຫຼອດຊີວິດ…ທີ່ມີເງື່ອນໄຂອະໄພຍະໂທດຄົບຖ້ວນ.

   ຕາມຂໍ້ຕົກລົງຂອງທ່ານປະທານປະເທດ, ສະພາທີ່ປຶກສາອະໄພຍະໂທດປີ 2021 ລວມມີສະມາຊິກ 10 ທ່ານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ເປັນປະທານສະພາ. ທີ່ການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ໄດ້ມອບໜ້າທີ່ໃຫ້ບັນດາຂະແໜງທີ່ມີໜ້າທີ່ຮັບຜິດຊອບ ປະຕິບັດຖືກຕ້ອງຕາມຄຳຮຽກຮ້ອງ, ການກຳນົດຂອງກົດໝາຍ, ຊື່ງສະແດງໃຫ້ເຫັນນະໂຍບາຍອະໄພຍະໂທດຂອງພັກ ແລະ ລັດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ກ່າວວ່າ:

   ໃນກໍລະນີຈຳເປັນຈະສາມາດຈັດກອງປະຊຸມທົ່ວຂະແໜງ, ທ້ອງຖິ່ນ ເພື່ອເຜີຍແຜ່, ເຊື່ອມຊືມ, ຮັບປະກັນໃຫ້ວຽກງານອະໄພຍະໂທດ ຖືກປະຕິບັດຢ່າງເປັນເອກະພາບ, ປອດໄພ, ເປີດເຜີຍ, ຈະແຈ້ງ, ຕາມຂັ້ນຕອນທີ່ແໜ້ນແຟ້ນ, ຖືກເປົ້າໝາຍ, ຖືກເງື່ອນໄຂກຳນົດຂອງກົດໝາຍ. ຮັບປະກັນໃຫ້ຖືກຕ້ອງຕາມສິດ, ຜົນປະໂຫຍດອັນຊອບທຳຂອງນັກໂທດ. ບໍ່ໃຫ້ເກີດຄວາມຫຍໍ້ທໍ້, ຜິດພາດຢ່າງເດັດຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ