ການ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບວິ​ກິດ​ການ Erozone ຈະຈັດຂຶ້ນຢູ່ໂຣມ

ການ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບວິ​ກິດ​ການ Erozone ຈະຈັດຂຶ້ນຢູ່ໂຣມ - ảnh 1
(ພາບ:m.tin247.com)

( vovworld ) –  ໜັງສືພິມ ​Le Figaro ຂອງ​ຝະລັ່ງ ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຈາກ​ລັດຖະບານ​ອີ​ຕາ​ລີ ​ໂດຍ​ໃຫ້​ຮູ້​ວ່າ: ການ​ນຳ​ປະ​ເທດຝະລັ່ງ, ​ເຢຍລະ​ມັນ, ​ແອດ​ສະ​ປາຍ ​ແລະ ອີ​ຕາ​ລີ ຈະ​ຈັດ​ການ​ປະຊຸມ​ຢູ່ ​ໂຣມ ປະ​ເທດ​ອີ​ຕາ​ລີ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການຢູ່​ເຂດ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ (Erozone). ​ໂຄສົກ​ຂອງ​ສຳນັກງານ​ນາຍົກລັດຖະມົນຕີອີຕາລີ ​ໃຫ້​ຮູ້​ວ່າ ການ​ພົບ​ປະ​ຈະ​ຖືກ​ດຳ​ເນີນ​ໄປ​ພາຍຫຼັງ​ວັນ​ທີ 17/6 ຊື່​ງ​ແມ່ນ​ຈຸດ​ເວລາ​ທີ່​ເກຼກ ​ແລະ ຝະລັ່ງ ດຳ​ເນີນ​ການ​ເລືອກຕັ້ງສະພ​າແຫ່ງ​ຊາດ. ກ່ອນ​ໜ້ານັ້ນ, ທ່ານ Mario Monti ນາຍົກລັດຖະມົນຕີອີຕາລີ ​ໄດ້​ເຈາະ​ຈີ້ມ​ຈັດການ​ພົບ​ປະ​ກັບ​ທ່ານ​ນາງ Angela Merkel  ນາຍົກລັດຖະມົນຕີ​ເຢຍລະ​ມັນ, ທ່ານ​​ປະທານາທິບໍ​ດີ​ຝະລັ່ງ Francois Hollande ​ແລະ ທ່ານ​ນາຍົກລັດຖະມົນຕີ​ແອດ​ສະ​ປາຍ Mariano Rajoy, ​ແຕ່​ຝ່າຍ​ຕ່າງໆ​ບໍ່​ສາມາດ​ຈັດ​ເວລາ​ເຂົ້າຮ່ວມ​ການ​ພົບ​ປະ​ນີ້​ໄດ້​ເທື່ອ. ມີ​ຂ່າວ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສຸດ​ຍອດ EU ຈັດ​ຂຶ້ນ​ວັນ​ທີ 28-29/6 ທີ່​ຈະ​ມາ​ເຖິງ​ຈະ​ຍົກ​ອອກ​ຄຳ​ຕັດສິນ​ສຳຄັນຫຼາຍ​ຂໍ້ ຊື່​ງ​ໃນ​ນັ້ນມີ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ Erozone.

 

ຂ່າວ/ບົດ​ອື່ນ