ການປະຕິວັດອຸດສາຫະກຳ 4.0 ແລະ ບັນດາສິ່ງທ້າທາຍສຳລັບພະນັກງານກວດສອບແຫ່ງລັດ

(VOVWORLD) - ເພື່ອເຊື່ອມໂຍງເຂົ້າກັບໂລກອະລິຍະທຳ ທີ່ພວມກ້າວເດີນຢ່າງແຮງເຂົ້າສັງກາດການປະຕິວັດອຸດສາຫະກຳ 4.0, ສິ່ງສຳຄັນແມ່ນຕ້ອງປ່ຽນໃໝ່ຖືກທິດການຫັນເປັນທັນສະໄໝຂອງພື້ນຖານການສຶກສາເພື່ອແນໃສ່ສ້າງຖັນແຖວຄົນງານ

ວັນທີ 15 ພະຈິກ, ຢູ່ຮ່າໂນ້ຍ, ອົງການກວດສອບແຫ່ງລັດໄດ້ຈັດຕັ້ງກອງປະຊຸມສຳມະນາ “ການປະຕິວັດອຸດສາຫະກຳ 4.0 ແລະ ບັນດາສິ່ງທ້າທາຍສຳລັບພະນັກງານກວດສອບແຫ່ງລັດ”. ກອງປະຊຸມສຳມະນາໄດ້ຮັບການຈັດຕັ້ງເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບການປະຕິວັດ 4.0 ແລະ ບັນດາສິ່ງທ້າທາຍສຳລັບພະນັກງານກວດສອບແຫ່ງລັດເພື່ອເປັນເຈົ້າການກຳແໜ້ນທ່າອ່ຽງຂອງຍຸກສະໄໝ. ທີ່ກອງປະຊຸມສຳມະນາ, ມີຜູ້ແທນຫຼາຍທ່ານຖືວ່າ: ເພື່ອເຊື່ອມໂຍງເຂົ້າກັບໂລກອະລິຍະທຳ ທີ່ພວມກ້າວເດີນຢ່າງແຮງເຂົ້າສັງກາດການປະຕິວັດອຸດສາຫະກຳ 4.0, ສິ່ງສຳຄັນແມ່ນຕ້ອງປ່ຽນໃໝ່ຖືກທິດການຫັນເປັນທັນສະໄໝຂອງພື້ນຖານການສຶກສາເພື່ອແນໃສ່ສ້າງຖັນແຖວຄົນງານ ໃຫ້ມີຄວາມຮູ້ຢ່າງພຽງພໍ ແລະ ມີທັກສະໃນການຮັບຮູ້ກັບຍຸກສະໄໝໃໝ່. ພະນັກງານກວດສອບແຫ່ງລັດຄວນຍົກສູງຄວາມຮູ້, ທັກສະໃນການປະຕິບັດ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນວິວັດການປະຕິບັດໜ້າທີ່ກວດສອບ. ໃນອະນາຄົດ, ບັນດາຫົວໜ່ວຍໄດ້ຮັບການກວດສອບທີ່ຂຶ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈະເພີ່ມທະວີວຽກງານໝູນໃຊ້ເຕັກໂນໂລຢີດີຈີຕອນ ໃນການເຄື່ອນໄຫວຂອງຕົນ, ຈາກການເຄື່ອນໄຫວຄຸ້ມຄອງຕະຫຼອດຮອດວຽກງານການເງິນ, ບັນຊີ.

ຕອບກັບ

ຂ່າວ/ບົດ​ອື່ນ