ການປະຕິວັດເດືອນ 10 ລັດເຊຍມີຄວາມໝາຍຍິ່ງໃຫຍ່ແລະເລິກເຊິ່ງ

 ການປະຕິວັດເດືອນ 10 ລັດເຊຍມີຄວາມໝາຍຍິ່ງໃຫຍ່ແລະເລິກເຊິ່ງ - ảnh 1
ພາບປະກອບ:baomoi.com


(vovworld)- ​​​​ ວັນ​ທີ 7/11, ປະຊາຊົນ​ຫວຽດນາມ, ປະຊາຊົນ​ລັດ​ເຊຍ ພ້ອມ​ກັບ​ບັນດາ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ໂລກ ພ້ອມ​ກັນ​ຈັດ​ຕັ້ງສະ​ເຫລີ​ມສະຫລອງ 96 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ 10  ລັດ​ເຊຍ ອັນ​ຍິ່ງ​ໃຫຍ່(7/11/1917-7/11/2013). ​​ເນື່ອງ​ໃນ​ເຫດການ​ນີ້, ບັນດາຫນັງ​ສື​ພິມ​ສຳຄັນ​ຂອງ​ຫວຽດນາມ ສະບັບ​ອອກ​ວັນ​ທີ 7/11 ລ້ວນ​ແຕ່​ລົງ​ພິມ​ຮູບ​ຂອງ​ທ່ານ V.I. Lenin ການ​ນຳ​ປະຕິວັດ​​ເດືອນ 10  ​ແລະ  ຂ່າວ, ບົດ​ຕ່າງໆ​. ​ໃນ​ນັ້ນ ຫນັງສືພິມ ​ເຍີນ​ເຢີ​ນ, ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້ຄັດ​ສະ​ເຫ​ນີຄຳ​ເວົ້າ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມີນທີ່ວ່າ: ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ ບໍ່ທັນ​ມີ​ການ​ປະຕິວັດ​ໃດ​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່ ​ແລະ ​ເລິກ​ເຊິ່​ງຄື​ການ​ປະຕິວັດ​ເດືອນ​ 10 ລັດ​ເຊຍ.  ສ່ວນ​ຫນັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ, ສຽງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ລົງ​ພິມ​ບົດເນັ້ນ​ຫນັກ​ວ່າ: ນັບ​ແຕ່​​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ 10, ປະຫວັດສາດ​ຂອງ​ມວນ​ມະນຸດ​​ໄດ້​ກ້າວ​ໄປ​ສູ່​ຫນ້າ​ປະຫວັດສາດ​ໃຫມ່​ດ້ວຍ​ການ​ຜັນ​ແປ​ຫລາຍ​ຢ່າງ​ທີ່​ເລິກ​ເຊິ່ງ.

ຂ່າວ/ບົດ​ອື່ນ