ການປະທະກັນ Hamas -Israel: ປະທານາທິບໍດີ ອາເມລິກາ ຊອກຫາວິທີຫຼຸດຜ່ອນຄວາມເຄັ່ງຕຶງ

(VOVWORLD) - ທ່ານ  Biden ໄດ້ຢືນຢັນຫຼັກໝັ້ນສະໜັບສະໜູນຢ່າງສິ້ນເຊິງ “ການໜູນຊ່ວຍມະນຸດສະທຳຮີບດ່ວນໃຫ້ແກ່ປະຊາຊົນ ປາແລັດສະຕິນ, ພິເສດແມ່ນຢູ່ເຂດ ກາຊາ”.
ການປະທະກັນ Hamas -Israel: ປະທານາທິບໍດີ ອາເມລິກາ ຊອກຫາວິທີຫຼຸດຜ່ອນຄວາມເຄັ່ງຕຶງ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu
(ພາບ: AFP/TTXVN)

ວັນທີ 14 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ດຳເນີນການໂອ້ລົມສົນທະນາທາງໂທລະສັບສະເພາະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ເພື່ອເນັ້ນໜັກເຖິງນະໂຍບາຍສະໜັບສະໜູນຂອງ ວໍຊິງຕັນ ທີ່ສະຫງວນໃຫ້ລັດຊາວຢິວ, ກໍ່ຄືຄວາມຈຳເປັນຂອງການເຄື່ອນໄຫວໜູນຊ່ວຍມະນຸດສະທຳທີ່ສະຫງວນໃຫ້ສາມັນຊົນ ປາແລັດສະຕິນ.

ຕາມແຈ້ງການຂອງທຳນຽບຂາວ, ໃນການໂອ້ລົມສົນທະນາທາງໂທລະດັບກັບທ່ານປະທານາທິບໍດີ Abbas, ທ່ານ  Biden ໄດ້ຢືນຢັນຫຼັກໝັ້ນສະໜັບສະໜູນຢ່າງສິ້ນເຊິງ “ການໜູນຊ່ວຍມະນຸດສະທຳຮີບດ່ວນໃຫ້ແກ່ປະຊາຊົນ ປາແລັດສະຕິນ, ພິເສດແມ່ນຢູ່ເຂດ ກາຊາ”. ທ່ານປະທານາທິບໍດີ Biden ໄດ້ຍົກອອກບັນດາຄວາມມານະພະຍາຍາມຂອງ ອາເມລິກາ ຢ່າງລະອຽດ ແນໃສ່ສົມທົບກັບບັນດາຄູ່ຮ່ວມມືເພື່ອສະກັດກັ້ນການປະທະກັນອອກສູ່ວົງກວ້າງ. ການນຳ 2 ຝ່າຍໄດ້ປຶກສາຫາລືກ່ຽວກັບຄວາມຈຳເປັນເພື່ອຮັກສາຄວາມສະຖຽນລະພາບຢູ່ເທດຝັ່ງຕາເວັນຕົກແມ່ນຳຈໍແດນ ແລະ ທົ່ວເຂດ.

ທີ່ການໂອ້ລົມສົນທະນາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ Benjamin Netanyahu, ທ່ານປະທານາທິບໍດີ Biden ໄດ້ຢ້ຳຄືນຄຳກ່າວເຕືອນສຳລັບທຸກຄວາມມານະພະຍາຍາມເປີດກວ້າງການປະທະກັນ. ທ່ານຢືນຢັນວ່າ ອາເມລິກາ ພວມສົມທົບກັບສະຫະປະຊາຊາດ ແລະ ບັນດາປະເທດຕາເວັນອອກກາງ ເພື່ອຮັບປະກັນໃຫ້ສາມັນຊົນສາມາດສຳພັກກັບນ້ຳປະປາ, ທັນຍາຫານ ແລະ ການເບິ່ງແຍງດູແລສຸຂະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ