ການປະທະກັນ Hamas-Israel: WHO ຮຽກຮ້ອງໃຫ້ສ້າງຕັ້ງບັນດາກອງທຶນໜູນຊ່ວຍດ້ານສາທາລະນະສຸກໃຫ້ແກ່ເຂດ Gaza ແລະ Lebanon

(VOVWORLD) - WHO ໄດ້ຮຽກຮ້ອງໃຫ້ສ້າງຕັ້ງ 2 ກອງທຶນສະເພາະດ້ວຍມູນຄ່າ 50 ລ້ານ USD ແລະ 10,4 ລ້ານ USD ເພື່ອໜູນຊ່ວຍການຮັບມືກັບສາທາລະນະສຸກຢູ່ເຂດ Gaza ແລະ Lebanon
ການປະທະກັນ Hamas-Israel: WHO ຮຽກຮ້ອງໃຫ້ສ້າງຕັ້ງບັນດາກອງທຶນໜູນຊ່ວຍດ້ານສາທາລະນະສຸກໃຫ້ແກ່ເຂດ Gaza ແລະ Lebanon - ảnh 1(ພາບປະກອບ: THX/TTXVN)

       ວັນທີ 02 ພະຈິກ, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ສ້າງຕັ້ງ 2 ກອງທຶນສະເພາະດ້ວຍມູນຄ່າ 50 ລ້ານ USD ແລະ 10,4 ລ້ານ USD ເພື່ອໜູນຊ່ວຍການຮັບມືກັບສາທາລະນະສຸກຢູ່ເຂດ Gaza ແລະ Lebanon, ເຊິ່ງແມ່ນເຂດເກີດຄວາມເຄັ່ງຕຶງທີ່ພວມປິນຂັ້ນໄດກັບ Israel.

    ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ທ່ານ Ahmed Al-Mandhari, ຜູ້ອຳນວຍການເຂດຂອງ WHO ຢູ່ທາງທິດຕາເວັນອອກທະເລເມດີເຕລາເນ ເດີນທາງໄປຮອດນະຄອນ Beirut ຂອງ Lebanon ເພື່ອດຳເນີນການພົບປະເຈລະຈາກັບບັນດາເຈົ້າໜ້າທີ່ ແລະ ພາລະກອນຂອງ WHO ແນໃສ່ເພີ່ມທະວີ ຄວາມພ້ອມ ຂອງລະບົບສາທາລະນະສຸກ ໃນສະພາບການປະທະກັນລະຫວ່າງ Hamas-Israel ພວມແຜ່ລາມ ໄປ Lebanon.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 02 ຕຸລາ, ຫົວໜ້າກຳລັງປະກອບອາວຸດ Israel ທ່ານພົນຕີ Herzi Halevi ໃຫ້ຮູ້ວ່າ, ພ້ອມແລ້ວທີ່ຈະຫຼຸດຜ່ອນຄຳສັ່ງຂວ້ຳບາດສຳລັບເຊື້ອເພີງທີ່ສົ່ງເຂົ້າເຂດ Gaza, ຖ້າຫາກບັນດາໂຮງໝໍ ໄດ້ໝົດເຊື້ອເພີງແລ້ວ.

ການປະທະກັນ Hamas-Israel: WHO ຮຽກຮ້ອງໃຫ້ສ້າງຕັ້ງບັນດາກອງທຶນໜູນຊ່ວຍດ້ານສາທາລະນະສຸກໃຫ້ແກ່ເຂດ Gaza ແລະ Lebanon - ảnh 2ນີ້ແມ່ນການໜູນຊ່ວຍການຍົກຍ້າຍເທື່ອທີ 2 ໂດຍ ຍີ່ປຸ່ນ ປະຕິບັດ
(ພາບປະກອບ: THX/TTXVN)

        ວັນທີ 03 ພະຈິກ, ລັດຖະບານ ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ, ມີເຮືອບິນຂອງກຳລັງປ້ອງກັນອາກາດຂອງປະເທດນີ້ ໄດ້ຍົກຍ້າຍຄົນອອກຈາກ Israel, ລວມມີຊາວ ຍີ່ປຸ່ນ 20 ຄົນ, ຊາວສ.ເກົາຫຼີ 15 ຄົນ, ຊາວ ຫວຽດນາມ 4 ຄົນ ພ້ອມກັບຊາວ ໄຕ້ຫວັນ (ຈີນ) 1 ຄົນ. ນີ້ແມ່ນການໜູນຊ່ວຍການຍົກຍ້າຍເທື່ອທີ 2 ໂດຍ ຍີ່ປຸ່ນ ປະຕິບັດ ນັບແຕ່ເມື່ອ Hamas-Israel ເລີ່ມເກີດການປະທະກັນໃນເດືອນ ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ