ການ​ປະ​ທະ​ກັນ ຢູ່​ເຂດ ກາ​ຊາ: ລົດ​ຖັງ ອິດ​ສະ​ຣາ​ແອັນ ບຸກ​ເຂົ້າ​ໃຈ​ກາງ​ນະ​ຄອນ Rafah

(VOVWORLD) -   ວັນທີ 28 ພຶດສະພາ, ແຫຼ່ງຂ່າວຈາກ ປາແລັດສະຕິນ ປະຈຳເຂດ ກາຊາ ໃຫ້ຮູ້ວ່າ ລົດຖັງ ອິດສະຣາແອັນ ໄດ້ບຸກເຂົ້າໃຈກາງນະຄອນ Rafah ຢູ່ທາງທິດໃຕ້ເຂດ ກາຊາ.
ການ​ປະ​ທະ​ກັນ ຢູ່​ເຂດ ກາ​ຊາ: ລົດ​ຖັງ ອິດ​ສະ​ຣາ​ແອັນ ບຸກ​ເຂົ້າ​ໃຈ​ກາງ​ນະ​ຄອນ Rafah - ảnh 1ດ່ານສາກົນ Rafah (ພາບ:VOV)

ນີ້ແມ່ນຄັ້ງທຳອິດນັບແຕ່ເມື່ອການປະທະກັນເລີ່ມດຳເນີນ ແລະ ແກ່ຍາວເກືອບ 8 ເດືອນຜ່ານມາຢູ່ເຂດ ກາຊາ, ລົດຖັງ ອິດສະຣາແອັນ ໄດ້ບຸກເຂົ້ານະຄອນ Rafah, ໂດຍບໍ່ຫົວຊາຕໍ່ກະແສຟອງຄັດຄ້ານຢ່າງແຮງຂອງຫາງສຽງສາກົນ. ປັດຈຸບັນ, ຍັງບໍ່ທັນຮູ້ຈຳນວນລົດຖັງຂອງ ອິດສະຣາແອັນ ທີ່ບຸກເຂົ້າໃຈກາງນະຄອນ Rafah ກໍຄືເລື່ອງ ຈະເກີດການປະທະກັນລະຫວ່າງກຳລັງນີ້ກັບບັນດາກຸ່ມປະກອບອາວຸດ ປາແລັດສະຕິນ ຫຼື ບໍ່.

        ຄວາມເຄັ່ງຕຶງໃໝ່ທີ່ໜ້າວິຕົກກັງວົນນີ້ ເກີດຂຶ້ນພາຍຫຼັງທີ່ ສານຍຸຕິທຳສາກົນ (ICJ) ໄດ້ຍົກອອກຄຳຕັດສິນຮຽກຮ້ອງ ອິດສະຣາແອັງ ຢຸດຕິການບຸກໂຈມຕີເຂົ້ານະຄອນ Rafah  ໃນທັນທີ ແລະ ເປີດປະຕູດ່ານຊາຍແດນ Rafah ທີ່ເຊື່ອມຕໍ່ເຂດ ກາຊາ ກັບແຫຼມ ຊີນາຍ ຂອງ ອີຢິບຄືນໃໝ່.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ