ການ​ປະ​ທະ​ກັນ​ ຮາ​ມາດ - ອິດ​ສະ​ຣາ​ແອນ: ມີ​ນັກ​ໂທດ 50 ຄົນ​ໄດ້ຮັບ​ການ​ປ່ອຍ​ຕົວເປັນ​ອິດ​ສະ​ຫລະ

(VOVWORLD) - ວັນທີ 1 ກໍລະກົດ, ບັນດາແຫລ່ງຂ່າວ ອິດສະຣາແອນ ໄດ້ຢັ້ງຢືນວ່າ: ກອງທັບປະເທດນີ້ໄດ້ປ່ອຍຕົວນັກໂທດ ປາແລດສະຕິນ ປະມານ 50 ຄົນທີ່ຖືກຈັບຕົວໃນບັນດາການປະທະກັນລະຫວ່າງ ອິດສະຣາແອນ ແລະ ຮາມາດ.
ການ​ປະ​ທະ​ກັນ​ ຮາ​ມາດ - ອິດ​ສະ​ຣາ​ແອນ: ມີ​ນັກ​ໂທດ 50 ຄົນ​ໄດ້ຮັບ​ການ​ປ່ອຍ​ຕົວເປັນ​ອິດ​ສະ​ຫລະ - ảnh 1ມີນັກໂທດ 50 ຄົນໄດ້ຮັບການປ່ອຍຕົວເປັນອິດສະຫລະ (ພາບ: AP/TTXVN)

ຖະແຫລງການຂອງຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອນ ໃຫ້ຮູ້ວ່າ: ການປ່ອຍຕົວບັນດານັກໂທດແມ່ນໄດ້ຮັບການປະຕິບັດພາຍຫລັງສານສູງສຸດຂອງປະເທດນີ້ ເປີດວາລະອະພິປາຍການຮ້ອງຟ້ອງບັນດາກຸ່ມປົກປ້ອງສິດທິມະນຸດກ່ຽວກັບສະພາບເຄັ່ງຄັດຢ່າງຮ້າຍແຮງໃນບັນດາຄ້າຍກັກຂັງ.

ເຫດການກ່ຽວຂ້ອງ, ໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບກັບທ່ານ Hakan Fidan , ລັດຖະມົນຕີການຕ່າງປະເທດ ຕວກກີ, ທ່ານ Ali Bagheri Kani, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຕຳຫນິຕິຕຽນບັ້ນຮົບການທະຫານຂອງ ອິດສະຣາແອນ ຢູ່ ເຂດກາຊາ ແລະ ໃສ່ໃຈວ່າ ໃນບໍ່ວ່າການກະທຳໃດຂອງ ອິດສະຣາແອນ ທີ່ມີຕໍ່ ລີບັງ ຈະຕ້ອງຮັບການໂຕ້ຕອບຢ່າງແຮງ.

ຢູ່ ອິດສະຣາແອນ, ວັນທີ 1 ກໍລະກົດ, ມີນັກເຄື່ອນໄຫວສັນຕິພາບຂອງປະເທດນີ້ ນັບພັນໆຄົນ ລວມທັງ ຊາວຢິວ ແລະ ຊາວອິດສະຣາແອນ ເຊື້ອຊາດ ອາຣັບ ໄດ້ຈັດຕັ້ງເວທີປາໄສພິເສດຢູ່ ນະຄອນ Tel Aviv ເພື່ອແນໃສ່ຮຽກຮ້ອງລັດຖະບານ ແລະ ກອງທັບປະເທດນີ້ ຢຸດຕິການປະທະກັນ ຊື່ງໄດ້ແກ່ຍາວເກືອບ 9 ເດືອນຜ່ານມາ ຢູ່ ເຂດກາຊາ ຢ່າງທັນທີ. ສານລວມທີ່ບັນດານັກປະຖະກະຖາຢາກເຕື້ອງເຖິງນັ້ນແມ່ນ: “ມີພຽງແຕ່ສັນຕິພາບຈຶ່ງນຳມາເຊິ່ງຄວາມໝັ້ນຄົງໄດ້”

ຕອບກັບ

ຂ່າວ/ບົດ​ອື່ນ