ການປະທະກັນ ຮາມາດ -ອິດສະຣາແອນ: ສປຊ ຮຽກຮ້ອງການປະຕິບັດມາດຕະການສອງລັດ

(VOVWORLD) - ທ່ານເລຂາທິການໃຫຍ່ Antonio Guterres ກໍ່ຖືວ່າ: ບັນດາການບຸກໂຈມຕີຂອງກຳລັງ Houthi ຢູ່ ເຢແມນ ທີ່ແນໃສ່ກ່ຳປັ່ນເດີນທາງຢູ່ທະເລແດງ ໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນທຸກຄວາມມານະພະຍາຍາມແກ້ໄຂວິກິດການຢູ່ເຂດ ກາຊາ ແມ່ນບໍ່ທັນພຽງພໍເທື່ອ.
ການປະທະກັນ ຮາມາດ -ອິດສະຣາແອນ: ສປຊ ຮຽກຮ້ອງການປະຕິບັດມາດຕະການສອງລັດ - ảnh 1ທ່ານເລຂາທິການໃຫຍ່ Antonio Guterres
(ພາບ:AFP/TTXVN)

ວັນທີ 17 ມັງກອນ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງຕ້ອງຊຸກຍູ້ມາດຕະການສອງລັດ ໃນວິວັດການສ້າງສັນຕິພາບຢູ່ ຕາເວັນອອກກາງ. ກ່າວຄຳເຫັນທີ່ກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF Davos 2024) ຢູ່ Davos, ປະເທດ ສະວິດ, ທ່ານເລຂາທິການໃຫຍ່ Antonio Guterres ຖືວ່າ: ການປະທະກັນທີ່ເຄັ່ງຕຶງຂຶ້ນຢູ່ເຂດ ກາຊາ ພວມກໍ່ຄວາມຂາດຄວາມໝັ້ນຄົງຢູ່ພາກພື້ນ ແລະ ນັ້ນແມ່ນຫຼັກຖານຢ່າງຈະແຈ້ງທີ່ສະແດງໃຫ້ເຫັນວ່າ ປະຊາຄົມສາກົນຕ້ອງສະໜັບສະໜູນມາດຕະການສອງລັດໃນເຂດດິນແດນ ປາແລດສະຕິນ ທີ່ຖືກຢຶດຄອງ ເພື່ອແກ້ໄຂ “ເທື່ອໜຶ່ງ ແລະ ຕະຫຼອດການ” ໃນວິກິດການທີ່ແກ່ຍາວນັ້ນ. ພ້ອມກັນນັ້ນ, ທ່ານເລຂາທິການໃຫຍ່ Antonio Guterres ກໍ່ຖືວ່າ: ບັນດາການບຸກໂຈມຕີຂອງກຳລັງ Houthi ຢູ່ ເຢແມນ ທີ່ແນໃສ່ກ່ຳປັ່ນເດີນທາງຢູ່ທະເລແດງ ໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນທຸກຄວາມມານະພະຍາຍາມແກ້ໄຂວິກິດການຢູ່ເຂດ ກາຊາ ແມ່ນບໍ່ທັນພຽງພໍເທື່ອ.

        ໃນສະພາບການທີ່ກ່ຽວຂ້ອງ, ວັນທີ 17 ມັງກອນ, ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າໄດ້ຈັດຂະບວນການ ອິດສະລາມ Al Houthi, ຢູ່ ເຢແມນ, ເຂົ້າໃນບັນຊີລາຍຊື່ “ອົງການກໍ່ການຮ້າຍທົ່ວໂລກທີ່ໄດ້ຮັບການກຳນົດພິເສດ”. ສ່ວນທ່ານ Mohammed Abdulsalam, ໂຄສົກຂອງກຳລັງ Houthi ໄດ້ປະກາດວ່າ: ຄຳຕັດສິນຂອງ ອາເມລິກາ ບໍ່ສົ່ງຜົນສະທ້ອນເຖິງການກະທຳຂອງກຸ່ມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ