ການປະທະກັນມໍ່ກັບຊາຍແດນຊີຣີໄດ້ເຮັດໃຫ້4ຄົນຖືກເສຍຊີວິດ

  ການປະທະກັນມໍ່ກັບຊາຍແດນຊີຣີໄດ້ເຮັດໃຫ້4ຄົນຖືກເສຍຊີວິດ - ảnh 1


(vovworld)- ວັນ​ທີ 2/8, ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ລະຫວ່າງ​ບັນດາ​ມື​ປືນ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ລີ​ບານ ຢູ່​ເທດສະບານ Arsal ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້ ​ໄດ້​ເຮັດ​ໃຫ້ 4 ຄົ​ນ​ເສຍ​ຊີວິດ. ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ເມື່ອ​ບັນດາ​ພົນທະຫານ ລີ​ບານ ຈັດ​ຕົວ ຊາວ​ຊີຣີ ຜູ້​ຫນຶ່ງ ທີ່​ຖືກ​ກ່າວ​ເຕືອນ​ວ່າ​ແມ່ນ​ສະມາຊິກ​ຂອງ​ກຸ່ມ ​ແນວ​ໂຮມ Al Nusra  ມີ​ການ​ພົວພັນ​ຕິດ​ຕໍ່​ກັບ​ເຄືອ​ຂ່າຍ​ກໍ່​ກາ​ນຮ້າຍ Al Qaeda ຢູ່​ເຂດ Arsal ​ມໍ່ກັບ​ຊາຍ​ແດນ ຊີ​ຣີ. ຫລັງ​ຈາກ​ນັ້ນ ບັນດາ​ມື​ປືນ​ໄດ້​ປິດ​ລ້ອມ​ບັນດາ​ປ້ອມ​ກວດກາ​ຂອງ​ທະຫານ​ທ້ອງ​ຖິ່ນ. ຕາມ​ສຳ​ນັກ​ຂ່າວສານ​ແຫ່ງ​ຊາດ ລີ​ບານ (NNA) ​ແລ້ວ, ​ໄດ້​ເກີດ​ການປະ​ທະ​ກັນ​ລະຫວ່າງ​ບັນດາ​ມື​ປືນ ​ແລະ ພົນທະຫານ ລີ​ບານ. ປະຈຸ​ບັນ ກອງທັບ ລີ​ບານ ​ໄດ້​ສົ່ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ມາ​ແຫ່ງ​ເກີດ​ເຫດ​ຕ່ືມ​ອີກ.

 

ຂ່າວ/ບົດ​ອື່ນ