ການ​ປະ​ທະ​ກັນ​ຢູ່ ຊູ​ດັງ: ຂໍ້​ຕົກ​ຕໍ່ກຳ​ນົດ​ເວ​ລາຄຳ​ສັ່ງ​ຢຸດ​ຍິງ 72 ຊົ່ວ​ໂມງ​ຖືກ​ທຳ​ລາຍ

(VOVWORLD) - ໃນການຜັນແປຫຼ້າສຸດ, ພາຍຫຼັງມີຜົນບັງຄັບໃຊ້ພຽງແຕ່ 2 – 3 ຊົ່ວໂມງ, ອີກຄັ້ງໜຶ່ງຂໍ້ຕົກລົງສະບັບນີ້ກໍ່ຖືກທຳລາຍໃນຂະນະທີ່ການປະທະກັນລະຫວ່າງສອງຝ່າຍຍັງສືບຕໍ່ດຳເນີນ.
ການ​ປະ​ທະ​ກັນ​ຢູ່ ຊູ​ດັງ: ຂໍ້​ຕົກ​ຕໍ່ກຳ​ນົດ​ເວ​ລາຄຳ​ສັ່ງ​ຢຸດ​ຍິງ 72 ຊົ່ວ​ໂມງ​ຖືກ​ທຳ​ລາຍ - ảnh 1ຊາວຊູດັງອົບພະຍົບລີ້ໄພອອກຈາກການປະທະກັນ (ພາບ:  AFP/TTXVN)

ວັນທີ 27 ເມສາ, ບັນດາກຳລັງໜູນຊ່ວຍສຸກເສີນ (RSF)ເຄິ່ງທະຫານຢູ່ ຊູດັງ ແລະ ກອງທັບ ຊູດັງໄດ້ພ້ອມກັນເຫັນດີຕໍ່ກຳນົດເວລາຄຳສັ່ງຢຸດຍິງທີ່ໄດ້ສິ້ນສຸດໃນວັນທີ 27 ເມສາ. ຂໍ້ຕົກລົງກ່ຽວກັບຄຳສັ່ງຢຸດຍິງ ແລະ ການຕໍ່ເວລາຄຳສັ່ງຢຸດຍິງໂດຍ ອາເມລິກາ ແລະ ອາຣັບບິ ຊາອຸດິ ເປັນປະເທດເປັນກາງ. ໃນການຜັນແປຫຼ້າສຸດ, ພາຍຫຼັງມີຜົນບັງຄັບໃຊ້ພຽງແຕ່ 2 – 3 ຊົ່ວໂມງ, ອີກຄັ້ງໜຶ່ງຂໍ້ຕົກລົງສະບັບນີ້ກໍ່ຖືກທຳລາຍໃນຂະນະທີ່ການປະທະກັນລະຫວ່າງສອງຝ່າຍຍັງສືບຕໍ່ດຳເນີນ.

ກ່ອນໜ້ານັ້ນ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບປະຕິບັດຂໍ້ຕົກລົງຢຸດຍິງທີ່ໝົດກຳນົດໃນຕອນຄ່ຳວັນທີ 27 ເມສາ (ຕາມເວລາທ້ອງຖິ່ນ). ເຖິງຢ່າງໃດກໍ່ຕາມ, ກ່ອນໝົດເວລາກຳນົດຂໍ້ຕົກລົງສະບັບນີ້, ໃນຕອນເຊົ້າວັນທີ 27 ເມສາ, ຢູ່ນະຄອນຫຼວງ Khartoum ຂອງ ຊູດັງ ກໍ່ຍັງເກີດການບຸກໂຈມຕີທາງອາກາດ ແລະ ການປະທະກັນກໍ່ເກີດຂຶ້ນຢູ່ນອກນະຄອນຫຼວງ.

  ໃນເຫດການທີ່ກ່ຽວຂ້ອງ, ໄລ່ຮອດວັນທີ 27 ເມສາ, ອີຢິບ ແລະ ອາຣັບບິ ຊາອຸດິ ໄດ້ອົບພະຍົບຊາວຕ່າງປະເທດກ່ວາ 18.600 ຄົນ ອອກຈາກຊູດັງ, ໃນສະພາບການປະທະນກັນລະຫວ່າງກອງທັບ ຊູດັງ ແລະ RSF ເຄິ່ງທະຫານ ສືບຕໍ່ເກີດຂຶ້ນໂດຍບໍ່ຫົວຊາຕໍ່ເລື່ອງຄຳສັ່ງຢຸດຍິງທີ່ໄດ້ຮັບການຕໍ່ເວລາກຳນົດແລ້ວນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ