ການປະທະກັນຢູ່ ຢູແກຼນ: ກຸ່ມນັກເຈລະຈາເຫັນດີເປັນເອກະພາບຕໍ່ “ແຜນ Steinmeier” ກ່ຽວກັບລະບອບລະບຽບການພິເສດສໍາລັບເຂດທ່ວງເອົາເອກະລາດ

(VOVWORLD) - ກຸ່ມນັກເຈລະຈາສາມຝ່າຍທີ່ຮັບຜິດຊອບກ່ຽວກັບການແກ້ໄຂການປະທະກັນຢູ່ພາກຕາເວັນອອກ ຢູແກຼນ, ເຊິ່ງລວມມີ: ລັດເຊຍ, ຢູແກຼນ, ອົງການຄວາມໝັ້ນຄົງ ແລະ ຮ່ວມມື ເອີຣົບ - OSCE) ໄດ້ເຫັນດີຕໍ່ກົນໄກ “ແຜນ Steinmeier”. 

        ວັນທີ 01 ຕຸລາ, ໃນກອງປະຊຸມນັດສາມັນຢູ່ນະຄອນຫຼວງ Minsk ຂອງ ເບລາຣຸດ, ກຸ່ມນັກເຈລະຈາສາມຝ່າຍທີ່ຮັບຜິດຊອບກ່ຽວກັບການແກ້ໄຂການປະທະກັນຢູ່ພາກຕາເວັນອອກ ຢູແກຼນ, ເຊິ່ງລວມມີ: ລັດເຊຍ, ຢູແກຼນ, ອົງການຄວາມໝັ້ນຄົງ ແລະ ຮ່ວມມື ເອີຣົບ - OSCE) ໄດ້ເຫັນດີຕໍ່ກົນໄກ “ແຜນ Steinmeier” ຕາມຊື່ຂອງທ່ານອະດີດລັດຖະມົນຕີການຕ່າງປະເທດ, ປັດຈຸບັນ ເປັນປະທານາທິບໍດີ ເຢຍລະມັນ ກ່ຽວກັບການແກ້ໄຂສະພາບການປະທະກັນຢູ່ພາກຕາເວັນອອກ ຢູແກຼນ ທີ່ແກ່່ຍາວໃນຕະຫຼອດໄລຍະ 5 ປີຜ່ານມາ. ນີ້ແມ່ນໝາກຜົນທີ່ມີລັກສະນະບຸກທະລຸທີ່ສຸດໃນວິວັດການແກ້ໄຂການປະທະກັນ ເພື່ອສ້າງສັນຕິພາບ, ເຖິງຢ່າງໃດກໍຕາມ ກໍບໍ່ສາມາດຫຼີກລ້ຽງການໂຕ້ຖຽງກັນໄດ້.

        ຮອດວັນທີ 02 ຕຸລາ, ບັນດາສະມາຊິກລັດຖະສະພາ ຢູແກຼນ ກໍຮຽກຮ້ອງໃຫ້ລັດຖະມົນຕີການຕ່າງປະເທດ ແລະ ການນໍາກົມໃຫຍ່ເສນາທິການກອງທັບ ຢູແກຼນ ອະທິບາຍກ່ຽວກັບ “ແຜນ Steinmeier”.

        ສ່ວນທ່ານປະທານາທິບໍດີ ຢູແກຼນ Volodymir Zenlensky  ໄດ້ຍອມຮັບການເຫັນດີເປັນເອກະພາບຕໍ່ແຜນດັ່ງກ່າວ. ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ, ທ່ານ ຖະແຫຼງວ່າ ຢູແກຼນ ໄດ້ຕອບຈົດໝາຍຂອງຜູ້ຕາງໜ້າພິເສດຂອງປະທານ OSCE Martin Saijdik ວ່າໄດ້ເຫັນດີເປັນເອກະພາບກັບບັນດານັກເຈລະຈາອື່ນ ກ່ຽວກັບເອກະສານ “ແຜນ Steinmeier”, ເຖິງຢ່າງໃດກໍຕາມ ກໍຕ້ອງນໍາແຜນດັ່ງກ່າວເຂົ້າໃນກົດໝາຍໃໝ່ກ່ຽວກັບລະບອບລະບຽບການພິເສດ. ທ່ານປະທານາທິບໍດີ ຢູແກຼນ ກໍໃຫ້ຮູ້ວ່າ ແຕ່ນີ້ ຮອດທ້າຍປີ 2019, ສະພາແຫ່ງຊາດ ຢູແກຼນ ຈະຮັບຮອງເອົາກົດໝາຍສະບັບດັ່ງກ່າວ ພາຍຫຼັງປຶກສາຫາລືກັບມະຫາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ