ການປະທະກັນຢູ່ຊີຣີເຮັດໃຫ້ພົນທະຫານນັບສີບຄົນຖືກເສຍຊີວິດ

ການປະທະກັນຢູ່ຊີຣີເຮັດໃຫ້ພົນທະຫານນັບສີບຄົນຖືກເສຍຊີວິດ - ảnh 1
ສະ​ຫນາມບ​ິນ​ການ​ທະ​ຫານ Abu Duhur ຢູ່​ແຂວງ Idlib
 ຖືກ​ຕົກ​ໃນ​ກຳ​ມື​ຂອງ​ພວກ​ກະ​ບົດ
ພາບ:AFP/TTXVN.

(vovworld)-  ​ວັນ​ທີ 10/9, ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ ຢູ່ ຊີ​ຣີ ໃຫ້​ຮູ້​ວ່າ: ອົງ​ການ ລັດອິດ​ສະ​ລາມ ຂ​ະ​ຫນານນາ​ມ​ເອງ (IS) ຍາດ​ໄດ້​ສະ​ຖານ​ທີ່​ແຫ່ງ​ຫນຶ່ງ​ຢູ່ມໍ່​ກັບ​ຖານ​ທີ່​ໝັ້ນ​ທະ​ຫານ​ອາ​ກາດ​ຍຸດ​ທະ​ສາດ​ຢູ່ ພາກ​ຕ​າ​ເວັນ​ອອກ ຊີ​ຣີ ໃນ​ການ​ປະ​ທະ​ກັນ​ທີ່​ຮ້າຍ​ແຮງ ຊື່ງ​ເຮັດ​ໃຫ້​ກວ່າ 40 ຄົນ​ຖືກ​ເສຍ​ຊີ​ວິດ. ຕາມ​ແຫລ່ງ​ຂ່າວ​ດັ່ງ​ກ່າວ, IS ໄດ້​ດຳ​ເນີນ​ການ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ດ້ວຍ​ລົດ​ໂອ​ໂຕ​ຢູ່​ເຂດມໍ່​ກັບ​ສະ​ຫນາມ​ບິນ​ການ​ທະ​ຫານ ໂດຍກ​ຳ​ລັງ​ຂອງ​ລັດ​ຖະ​ບານ ຄວບ​ຄຸມ ຢູ່ນອກ​ເມືອງ​ເອກ Deir Ezzor. ການ​ປະ​ທະ​ກັນ​ລະ​ຫວ່າງ​ບັນ​ດາ​ມື​ປືນ IS ແລະ ພົນ​ທະ​ຫານ​ໄດ້​ເຮັດ​ໃຫ້​ກວ່າ 40 ຄົນ​ຖືກ​ເສຍ​ຊີ​ວິດ, ໃນ​ນັ້ນ ມີ​ພົນ​ທະ​ຫານ 8 ຄົນ ແລະ ມື​ປືນ 23 ຄົນ ພ້ອມ​ກັບ​ພວກ​ກະ​ບົດ 50 ຄົນ​ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ