ການປະທະກັນຢູ່ອີຢີບເຮັດໃຫ້ເກືອບ 200 ຄົນຖືກບາດເຈັບ

ການປະທະກັນຢູ່ອີຢີບເຮັດໃຫ້ເກືອບ 200 ຄົນຖືກບາດເຈັບ - ảnh 1
(ພາບປະກອບ:
tienphong.vn)

(vovworld) - ​ສຳນັກ​ຂ່າວສານ MENA ຂອງ​ອີ​ຢີບ ​ໃຫ້​ຂ່າວ​ວ່າ: ມີ​ຜູ້​ຖືກ​ບາດ​ເຈັບ​ຢ່າງ​ໜ້ອຍ​ສຸດ 190 ຄົນ ​ໃນ​ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຝ່າຍ​ຄ້ານ ກັບ​ບັນດາ​ຊາວ​ມຸດ​ສະ​ລິ​ມ ຢູ່​ມໍ່​ກັບສຳນັກງານ​ຂອງ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ (MB) ກຳ​ອຳນາດ​ຢູ່​ນະຄອນຫຼວງ​ກາຍ​ໂຣ ​ແລະ ນະຄອນ​ອື່ນໆ​ໃນ​ທົ່ວ​ປະ​ເທດ​ອີ​ຢີບ ​ໃນ​ວັນ​ທີ 22/3. ວົງ​ການ​ເຈົ້າໜ້າ​ທີ່​ອີ​ຢີບ ​ໃຫ້​ຮູ້​ວ່າ: ​ໄລ່​ສະ​ເພາະ​ຢູ່​ນະຄອນຫຼວງ​ກາຍ​ໂຣ ກໍ່​ມີ​ກ່ວາ 160 ຄົນ​ຖືກ​ບາດ​ເຈັບ​ແລ້ວ, ​ໃນ​ນັ້ນ, ມີ 127 ຄົນ​ຕ້ອງ​ເຂົ້າ​ໂຮງໝໍ​ເພື່ອ​ປິ່ນປົວ. ບັນດາຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ເຜົ​າລົດ​ເມ 4 ຄັນ​ຂອງອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ (MB), ຈັບ​ຕົວ ​ແລະ ຕົບ​ຕີ​ສະມາຊິກ 3 ຄົນ​ຂອງ​ອົງການ​ນີ້.

 

ຂ່າວ/ບົດ​ອື່ນ