ການປະ​ທະ​ກັນ​ຢ່າງ​​ດຸ​ເດືອດຢູ່ ເຢ​ແມນ, ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 50 ຄົນ

(VOVWORLD) -ການປະທະກັນໃນວັນທີ 25 ກໍລະກົດ ລະຫວ່າງກຳລັງລັດຖະບານ ເຢແມນ ແລະ ບັນດາມືປືນ Houthi ຢູ່ແຂວງ Marib, ທາງພາກກາງປະເທດນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 50 ຄົນ.
ການປະ​ທະ​ກັນ​ຢ່າງ​​ດຸ​ເດືອດຢູ່ ເຢ​ແມນ, ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 50 ຄົນ - ảnh 1(ພາບເອກະສານ: AFP/TTXVN)

ຕາມແຫຼ່ງຂ່າວຈາກກອງທັບ ເຢແມນ ໃຫ້ຮູ້ວ່າ ໂດຍໄດ້ຮັບການຄຸ້ມກັນຈາກເຮືອບິນສູ້ຮົບ ຂຶ້ນກັບສຳພັນທະມິດການທະຫານ ໂດຍ ອາຣັບບີ ຊະອຸດິ ນຳໜ້າ, ກຳລັງລັດຖະບານ ໄດ້ຕ້ານຄືນບັນດາການບຸກໂຈມຕີຂອງພວກກະບົດ Houthi ຢູ່ສະໜາມຮົບ al –Mashiah, al – Kasarah ແລະ Raghwan ຂຶ້ນກັບເມືອງ Sirwah, ທາງທິດຕາເວັນຕົກ ຂອງ Marib. 44 ມືປືນ Houthi ຖືກດັບສູນ ພ້ອມກັນນັ້ນ ມີລົດຫຸ້ມເກາະ 7 ຄັນ ຖືກຍິງທຳລາຍ.

ກ່ຽວກັບກຳລັງລັດຖະບານ, ມີພົນທະຫານ 6 ຄົນ ເສຍຊີວິດ ແລະ ນັບສິບໆຄົນຖືກຮັບບາດເຈັບໃນການປະທະກັນຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ