ການປະທະກັນຢູ່ເຂດ ກາຊາ: ຫລາຍປະເທດ ຍູ້ແຮງການຂົນສົ່ງທາງອາກາດເພື່ອກູ້ຊ່ວຍ ຊາວ ປາແລດສະຕິນ

(VOVWORLD) - ວັນທີ 1 ສິງຫາ, ທ່ານ Jean-Noel Barrot ລັດຖະມົນຕີການຕ່າງປະເທດ ຝລັ່ງ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ຜັນຂະຫຍາຍ 4 ຖ້ຽວບິນຂົນສົ່ງເຄື່ອງບັນເທົ່າທຸກ ລວມ 40 ໂຕນ ຈາກ ຈໍແດນ ໄປຍັງເຂດ ກາຊາ.
ການປະທະກັນຢູ່ເຂດ ກາຊາ: ຫລາຍປະເທດ ຍູ້ແຮງການຂົນສົ່ງທາງອາກາດເພື່ອກູ້ຊ່ວຍ ຊາວ ປາແລດສະຕິນ - ảnh 1ປ່ອຍ ເຄື່ອງບັນເທົ່າທຸກຈາກ ເຮືອບິນ  ລົງໃສ່ເຂດ ກາຊາ ໃນວັນທີ  27/7/2025. (ພາບ: THX/TTXVN

ກ່ອນຫນ້ານັ້ນ ໃນວັນດຽວກັນ, ອັງກິດ ປະກາດ ໄດ້ປະຕິບັດບັ້ນປ່ອຍເຄື່ອງບັນເທົ່າທຸກຄັ້ງທຳອິດ ລົງເຂດ ກາຊາ.

ທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz ໃຫ້ຮູ້ວ່າ: ມີເຮືອບິນຂົນສົ່ງ 2 ລຳຂອງ ເຢຍລະມັນ ໄດ້ເດີນທາງບິນເຖິງ ຈໍແດນ ແລະອາດຈະເລີ່ມປ່ອຍເຄື່ອງບັນເທົ່າທຸກໃນທ້າຍອາທິດນີ້ ຊ້ຳບໍ່ຫນຳແມ່ນໄວກວ່າ.

ໃນຊຸມມື້ຜ່ານມາ, ບັນດາອົງການກູ້ຊ່ວຍຂອງ ສະຫະປະຊາຊາດ ໄດ້ກ່າວເຕືອນສະພາບ “ໄພອຶດຫິວຢ່າງຮ້າຍແຮງ” ພວມແຜ່ລາມອອກສູ່ວົງກວ້າງໃນຈຳນວນປະຊາຊົນກວ່າ 2 ລ້ານຄົນພວມດຳລົງຊີວິດຢູ່ເຂດ ກາຊາ. ອົງການທັນຍາຫານ ໂລກ(WFP), ກອງທຶນເພື່ອເດັກ ສປຊ (UNICEF) ແລະ ອົງການ ອາຫານ ແລະ ການກະເສດຂອງ ສປຊ (FAO) ຮຽກຮ້ອງບັນດາຄວາມມານະພະຍາຍາມຮີບດ່ວນເພື່ອເພີ່ມການຊ່ວຍເຫລືອທັນຍາຫານໃນຂອບເຂດໃຫຍ່ ໃຫ້ແກ່ ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ