ການປະທະກັນລະຫວ່າງ ຕຳຫຼວດແລະຜູ້ແຫ່ ຂະບວນປະທ້ວງຢູ່ອີຢີບ


ການປະທະກັນລະຫວ່າງ ຕຳຫຼວດແລະຜູ້ແຫ່ ຂະບວນປະທ້ວງຢູ່ອີຢີບ - ảnh 1

ການ​ປະ​ທະ​ກັນ​ຢູ່​ກາຍ​ໂຣ​ເມື່ອ​ວັນ​ທີ 28/3

(ພາບ: THX/TTXVN)

 (vovworld)- ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 5 ຄົນ ​ແລະ 17 ຄົນ​ຖືກ​ບາດ​ເຈັບ​ໃນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ​ຂອງ​ກຳລັງ​ອິດ​ຊະລາ​ມຢູ່​ອີ​ຢີບ ​ເມື່ອວັນ​ທີ 28/3,  ​ເພື່ອ​ແນ​ໃສ່​ຄັດຄ້ານ​ເລື່ອງ​ອະດີ​ດລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Abdel Fattah el Sisi ຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ. ​ໃນ​ຊຸມ​ເດືອນ​ຜ່ານ​ມາ, ມະຫາວິທະຍາ​ໄລ Ain Shams ​ແມ່ນ 1 ​ໃນ​ບັນດາ​ຈຸດ​ເຄັ່ງ​ຮ້ອນຂອງ​ການ​​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ອົງການ​ອ້າຍ​ນ້ອງ​ຊາວ​ມິດ​ຊະ​ລິ​ມ (MB) ປຸກລະດົມ​ເພື່ອ​ແນ​ໃສ່​ຄັດຄ້ານ​ລັດຖະບານ​ຊົ່ວຄາວ​ໂດຍ​ກອງທັບ​ໜູນ​ຊ່ວຍ.

   ​ໃນ​ຂະນະ​ນັ້ນ, ວັນ​ທີ 28/3, ຄະນະ​ກຳມະການ​ເລືອກ​ຕັ້ງປະທານາທິບໍດີ​ອີ​ຢີບ ປະກາດ​ວ່າ​ຈະ​ຮັບ​ໃບ​ຄຳ​ຮ້ອງຫາ​ສຽງ​ເລືອ​ກຕັ້ງປະທານາທິບໍດີ ຈາກບັນດາ​ຜູ້​ອອກ​ສະ​ໝັກຮັບ​ເລືອ​ກຕັ້ງ​ໃນ​ຮອບ​ເວລາ 21 ວັນ, ນັບ​ແຕ່​ວັນ​ທີ 31/3. ​ໄລ່​ຮອດ​ຈຸດ​ເວລາ​ນີ້, ມີ​ພຽງ​ແຕ່​ທ່ານ El Sisi ​ແລະ ທ່ານ Hamdeen Sabbahi ນັກ​ການ​ເມືອງ​ພັກ​ຝ່າຍ​ຊ້າຍ ​ໄດ້​ປະກາດ​ຈະອອກ​ຫາສຽງ​ເລືອ​ກຕັ້ງ​ເທົ່າ​ນັ້ນ. ຫາງ​ສຽງຖື​ວ່າ: ທ່ານ El Sisi ຈະ​ໄດ້​ຮັບ​ໄຊຊະນະ​ຢ່າງ​ງ່າຍດາຍຍ້ອນ​ທ່າ​ນ​ໄດ້​ຮັບ​ການ​ສະໜັບສະ​ໜູນ​ຈາກ ປຊຊ ​ເປັນ​ຈຳນວນ​ຫຼາຍ./.

 

ຂ່າວ/ບົດ​ອື່ນ