ການປະທະກັນລະຫວ່າງ ຮາມາດ -ອິດສະຣາແອນ: ສະຫະປະຊາຊາດກ່າວເຕືອນການບຸກໂຈມຕີ Rafah ກໍ່ໃຫ້ເກີດວິນາດສະກຳຮ້າຍແຮງ

(VOVWORLD) - ບໍ່ວ່າການບຸກໂຈມຕີທາງການທະຫານບົກເລັ່ງໃສ່ Rafah ລ້ວນແຕ່ກໍ່ຄວາມເຈັບປວດ, ການສູນເສຍໃຫຍ່ຫລວງສຳລັບຊາວ ປາແລດສະຕິນກວ່າ 1,2 ລ້ານຄົນທີ່ພວມລີ້ໄພຢູ່ທີ່ນີ້.
ການປະທະກັນລະຫວ່າງ ຮາມາດ -ອິດສະຣາແອນ: ສະຫະປະຊາຊາດກ່າວເຕືອນການບຸກໂຈມຕີ Rafah ກໍ່ໃຫ້ເກີດວິນາດສະກຳຮ້າຍແຮງ - ảnh 1ອາຄານຫລັງຫນຶ່ງຖືກທຳລາຍໃນການປະທະກັນລະຫວ່າງ ອິດສະຣາແອນ ແລະ ຮາມາດ ເມື່ອວັນທີ 1 ພຶດສະພາປີ 2024. ພາບ: THX/TTXVN

ບັນດາອົງການມະນຸດສະທຳ, ສາທາລະນະສຸກ ຂອງ ສະຫະປະຊາຊາດ ໄດ້ກ່າວເຕືອນ ບັ້ນບຸກໂຈມຕີດ້ານການທະຫານຂອງ ອິດສະຣາແອນ ເພື່ອເລັ່ງໃສ່ Rafah ອາດຈະພາໄປເຖິງການຂ້າຟັນລັນແທງສາມັນຊົນ. ກ່າວຄຳເຫັນຕໍ່ວົງການນັກຂ່າວເມື່ອວັນທີ 3 ພຶດສະພາ, ທ່ານ Jens Laerke ໂຄສົກຫ້ອງການບໍລິຫານງານບັນດາບັນຫາມະນຸດສະທຳຂອງ ສະຫະປະຊາຊາດ (OCHA) ໃຫ້ຮູ້ວ່າ: ບໍ່ວ່າການບຸກໂຈມຕີທາງການທະຫານບົກເລັ່ງໃສ່ Rafah ລ້ວນແຕ່ກໍ່ຄວາມເຈັບປວດ, ການສູນເສຍໃຫຍ່ຫລວງສຳລັບຊາວ ປາແລດສະຕິນກວ່າ 1,2 ລ້ານຄົນທີ່ພວມລີ້ໄພຢູ່ທີ່ນີ້.

ໃນເວລາດຽວກັນ, ອົງການອະນາໄມໂລກ ໃຫ້ຮູ້ວ່າ ອົງການນີ້ ໄດ້ຂຶ້ນແຜນສຳຮອງໂດຍໃສ່ຊື່ວ່າ: “ກູ້ຊ່ວຍ” (Band-Aid) ເພື່ອພ້ອມແລ້ວຮັບມືກັບການບຸກໂຈມຕີດ້ານການທະຫານທີ່ມີຂອບຂະຫນາດໃຫຍ່ອາດຈະເລັ່ງໃສ່ Rafah.

 

 

ຕອບກັບ

ຂ່າວ/ບົດ​ອື່ນ