ການປະທະກັນລະຫວ່າງທະຫານ ອີຣັກ ແລະ ພວກກະບົດ IS ຢູ່ Mosul ຍັງສືບຕໍ່ເກີດຂຶ້ນ

(VOVWORLD) - ບັນດາການປະທະກັນລະຫວ່າງກຳລັງກອງທັບ ອີຣັກ ແລະ ພວກກະບົດຂອງອົງການ “ລັດອິດສະລາມ” (IS) ຢູ່ນະຄອນເກົ່າ Mosul ຍັງຄົງສືບຕໍ່ເກີດຂຶ້ນໃນວັນທີ 12 ກໍລະກົດ, ພາຍຫລັງກ່ວາ 36 ຊົ່ງວໂມງ 

ການປະທະກັນລະຫວ່າງທະຫານ ອີຣັກ ແລະ ພວກກະບົດ IS ຢູ່ Mosul ຍັງສືບຕໍ່ເກີດຂຶ້ນ - ảnh 1 (ພາບປະກອບ)

ທ່ານນາຍົກລັດຖະມົນຕີ Haider al-Abadi ຖະແຫຼງ “ໄຊຊະນະສົມບູນ” ຕໍ່ພວກ IS ຢູ່ນະຄອນນີ້. ເຖິງວ່າວຽກງານສ້າງສາຢູ່ Mosul ຄືນໃໝ່ໄດ້ ແລະ ພວມດຳເນີນໄປກໍ່ຕາມ ແຕ່ປະຊາຊົນທ້ອງຖິ່ນໃຫ້ຮູ້ວ່າ: ບັນດາການປະທະກັນຍັງເກີດຂຶ້ນໃນຍາມຄ່ຳຄືນ ແລະ ຍາມເຊົ້າລະຫວ່າງກຳລັງກອງທັບ ແລະ ພວກກະບົດ IS ພວມລີ້ຕົວຢູ່ບາງສະຖານທີ່ສຸດທ້າຍຂອງອົງການນີ້. ກ່ຽວກັບບັນຫານີ້, ເຈົ້າໜ້າທີ່ກອງທັບ ອີຣັກ ຍອມຮັບວ່າ ບັນດາມືປືນ IS ຍັງລີ້ຕົວຢູ່ສະຖານທີ່ຫລາຍແຫ່ງແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ