ການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ຕຳຫຼວດຢູ່ ອີຢິບ

ການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ຕຳຫຼວດຢູ່ ອີຢິບ - ảnh 1
ການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ຕຳຫຼວດ
(ພາບ: AFP/ສຳນັກຂ່າວສານຫວຽດນາມ)

(vovworld) - ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ ລະຫວ່າງ ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຕຳຫຼວດຕ້ານການ​ຈາລະ​ຈົນ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​​ແຂວງ, ນະຄອນ ຈຳນວນ​ໜຶ່ງ​ຂອງ ອີ​ຢິບ. ວັນ​ທີ 1/ 2, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຖິ້ມ​ດິນ​ຈີ່, ກ້ອນ​ຫິນ, ໝາກກະ​ໂພ​ກ ​ແລະ ລະ​ເບີດ​ແອດ​ຊັງ​​ໃສ່​ສຳ​ນັກ​ງານ​ປະທານາທິບໍດີ​ຢູ່​ນະຄອນຫຼວງ ກາຍ​ໂຣ. ການ​ປະ​ທະ​ກັນ​ເກີດ​ຂຶ້ນ ​ເມື່ອ ກະຊວງ​ພາຍ​ໃນ​ໃຫ້​ຜັນ​ຂະຫຍາຍ​ລົດຫຸ້ມ​ເກາະ 5  ຄັນ, ຍິງ​​ແກັດນ້ຳຕາ ເພື່ອຍຸບ​ເລີກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ​​ເຜົາ​ຕູບ​ຄ້າຍຂອງ​ເຂົາ​ເຈົ້າ. ຊາວ​ໜຸ່ນຄົນ​ໜຶ່ງ​ຖືກ​ຍິງ​ຕາຍ ​ແລະ 68 ຄົນ​​ຮັບ​ບາດ​ເຈັບ ໃນ​ການ​ປະ​ທະ​ກັນ​ຄັ້ງ​ນີ້. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ Alexandria, 2 ​ແຂວງ Suez ​ແລະ Port Said, ມີຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ພັນ​ຄົນ ​ໄດ້ຮຽກ​ຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ​ລົບ​ລ້າງ​ສະຖານະ​ສຸກ​ເສີນ ​ແລະ ລາ​ອອກ​ຈາກ​ຕຳ​ແໜ່​ງ.

ຂ່າວ/ບົດ​ອື່ນ