ການປະທະກັນສືບຕໍ່ເກີດຂຶ້ນລະຫວ່າງຊາວປາແລດສຕິນແລະອິດສຣາແອນ

ການປະທະກັນສືບຕໍ່ເກີດຂຶ້ນລະຫວ່າງຊາວປາແລດສຕິນແລະອິດສຣາແອນ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 26/10, ກອງທັບ​ອິດສຣາ​ແອນ ​ໃຫ​້ຮູ້, ​ໄດ້​ຍິງ​ຊາວ​ປາດ​ແລດ​ສຕິນ ຜູ້​ໜຶ່ງ​ເສຍ​ຊີວິດ ຍ້ອນ​​ຜູ້​ນີ້​ໄດ້ໃຊ້​ມິດ​ບຸກ​ໂຈມ​ຕີ​ພົນທະຫານ​ອິດສຣາ​ແອນ ຄົນ​ໜຶ່ງ ຢູ່​ໃກ້​ກັບ​ນະຄອນ Hebron ​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​​ແມ່ນຳ ຈໍ​​ແດນ. ຕາມ​ໂຄສົກ​ກອງທັບ​ອິດສຣາ​ແອນ ​ແລ້ວ, ​ເຫດການ​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ຊາວ​ປາ​ແລດ​ສຕິນ ຜູ້​ນີ້ ​ໄດ້​ແທງ​ໃສ່​ຄໍຂອງ​ພົນທະຫານ​ອິດສຣາ​ແອນ ຜູ້​ໜຶ່ງ​ທີ່​ມີ​ອາຍຸ 19 ປີ, ​ເຮັດ​ໃຫ​້ຜູ້ນີ້ຮັບ​ບາດ​​ເຈັບ​ໜັກ ​ແລະ ຜູ້​ບຸກ​ໂຈມ​ຕີ​ໄດ້​ຖືກ​ຍິງ​ຕາຍຢູ່​ກັບ​ທີ, ສ່ວນ​ພົນທະຫານ​ດັ່ງກ່າວ​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ໃນ​ອາການອັນຕະລາຍ.

      ​​​ໄລ່​ແຕ່ຕົ້ນ​ເດືອນ 10, ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ໄດ້​​ເຮັດ​ໃຫ້ຊາວ​ປາ​ແລດ​ສຕິນ ​ຢ່າງ​ໜ້ອຍສຸດມີ 57 ຄົນ​ ​ແລະ ຊາວອິດສຣາ​ແອນ 10 ຄົນເສຍ​ຊີວິດ.

ຂ່າວ/ບົດ​ອື່ນ