ການປະທະກັນຮ້າຍແຮງຢູ່ຟິລີບປີນ ເຮັດໃຫ້ ຫຼາຍຄົນເສຍຊີວິດ

ການປະທະກັນຮ້າຍແຮງຢູ່ຟິລີບປີນ ເຮັດໃຫ້ ຫຼາຍຄົນເສຍຊີວິດ - ảnh 1
(ພາບປະກອບ: TTXVN)

(vovworld) – ​ວັນ​ທີ 25/01, ຢ່າງ​ໜ້ອຍ​ສຸດ​ມີ 30 ຄົນ​ເສຍ​ຊີວິດ, ​ໃນ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​​ແຮງລະຫວ່າງຕຳຫຼວດ​ຟີ​ລິບ​ປີນ ​ແລະ ບັນດາ​ກຸ່ມ​ກະບົດ​ອິດສລາມ ຢູ່​ພາກ​ໃຕ້​ປະ​ເທດ​ນີ້. ​ເຫດການ​ໄດ້​ນາບ​ຂູ່​​ທຳລາຍ​ຂໍ້​ຕົກລົງ​ສັນຕິພາບ​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ​ກ່ອນ​ນີ້ 1 ປີ. ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່​ເທດສະບານ​ເມືອງ Mamasapano, ​ແຂວງ Maguidanao, ຂຶ້ນ​ກັບ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຂອງ​ຊາວມຸດ​ສລິ​ມ Mindanao. ບັນດາ​ເຂົາ​ໜ້າ​ທີ່​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ, ຢ່າງ​ໜ້ອຍ​ສຸດມີນາ​ຍທະ​ຫາຍ​ຕະຫຼວດ 27 ຄົນ ​ແລະ ມື​ປືນ​ຂອງ​ກຳລັງກະບົດ​ 5 ຄົນຖືກເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ດັ່ງກ່າວ, ​ໃນ​ຂະນະ​ທີ່​ພວກ​ກະບົດ​ຈັບ​ຕົວ 8 ຄົນ. ຕຳຫຼວດ​ແຫ່ງ​ຊາດ ຟີ​ລິບ​ປີນ ຍັງ​ບໍ່​ທັນ​ຍົກ​ອອກ​ຖະ​ແຫຼ​ງການ​ໃດໆ​ກ່ຽວ​ກັບ​ເຫດ​ການນີ້
ຂ່າວ/ບົດ​ອື່ນ