ການປະທະກັນເກີດຂຶ້ນຢູ່ ສ ປະຊາທິປະໄຕ ກົງໂກ


ການປະທະກັນເກີດຂຶ້ນຢູ່ ສ ປະຊາທິປະໄຕ ກົງໂກ - ảnh 1
ທຸງຊາດ ສາທານະລະລັດ ປະຊາທິປະໄຕ ກົງໂກ
(ພາບປະກອບ
)

(vovworld) - ວັນ​ທີ 15/7, ລັດຖະບານ​ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ກົງ​ໂກ ​ໃຫ້​ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດ​ມີ 130 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ກອງທັບ ​ແລະ ກຸ່ມ​ທະຫານ​ກະບົດ M23 ຢູ່​ພາກ​ຕາ​ເວັນ​ອອກປະ​ເທດ​ນີ້. ​ໂຄສົກ​ຂອງ​ລັດຖະບານ ທ່ານ Lambert Mende ​ໃຫ້​ຮູ້​ວ່າ: ກອງ​ທັບ​ລັດຖະບານ ​ໄດ້​ດັບ​ສູນ​ທະຫານ​ກະບົດ 120 ຄົນ ​ແລະ ຈັບ​ຕົວ 12 ຄົນ. ​ໃນ​ຂະນະ​ນັ້ນ, ມີ​ທະຫານ 10 ຄົນ​ເສຍ​ຊີວິດ​ໃນ​ບັນດາ​ການ​ປະ​ທະ​ກັນ​ເກິ​ດຂຶ້ນ​ລະຫວ່າງ​ກຳລັງ​ນີ້​ເມື່ອ​ວັນ​ທີ 14/7 ຢູ່​ແຂວງ Kivu ​ເໜືອ. ຫວ່າງ​ມໍ່​ໆ​ມາ​ນີ້, ກຳລັງທະຫານ​ຂອງ​ສະຫະ​ປະຊາ​ຊາດມີ​ປະມານ 3.000 ຄົນທີ່​ລະດົມ​ຈາກ Malauy, ປະ​ເທດ ອາບຟຣີກາ ​ໃຕ້ ​ແລະ Tandania ​ໄດ້​ຖືກ​ຈັດ​ສົ່ງ​ໄປ​ຍັງ​ພາກຕາ​ເວັນ​ອອກ​ຂອງ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ກົງ​ໂກ. ກຳລັງ​ນີ້​ສົມທົບ​ກັບ​ທະຫານສະຫະ​ປະຊາ​ຊາດ 17.000 ຄົນ​ຊຶ່ງ​ໄດ້​ຖືກຜັນ​ຂະຫຍາຍ​ຢູ່​​ເຂດ​ນີ້​ມີໜ້າ​ທີ່​ປົກປັກ​ຮັກສາ​ສາມັນ​ຊົນ.

ຂ່າວ/ບົດ​ອື່ນ