ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ ເຮັດ​ໃຫ້​ປະ​ຊາ​ຊົນ ມຽນ​ມາ ຫຼາຍກວ່າ 9.000 ຄົນ ຕ້ອງ​ຍົກ​ຍ້າຍ​ໄປ​ຍັງ​ປະ​ເທດ ໄທ

(VOVWORLD) - ອົງການເຈົ້າໜ້າທີ່ຂອງ ໄທ ກຳລັງສົມທົບກັບ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບ ລັດຖະບານ ແລະ ປະຊາຊົນທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ກໍຄື ເງື່ອນໄຂເບິ່ງແຍງສຸຂະພາບໂດຍພື້ນຖານ.
ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ ເຮັດ​ໃຫ້​ປະ​ຊາ​ຊົນ ມຽນ​ມາ ຫຼາຍກວ່າ 9.000 ຄົນ ຕ້ອງ​ຍົກ​ຍ້າຍ​ໄປ​ຍັງ​ປະ​ເທດ ໄທ - ảnh 1 ຊາວ ມຽນມາ ລີ້ໄພຢູ່ ໄທ (ພາບ: The Nation)

ປະຊາຊົນ ມຽນມາ ກວ່າ 9.000 ຄົນ ຕ້ອງອົບພະຍົບໄປລີ້ໄພຢູ່ບັນດາຄ້າຍລີ້ໄພຢູ່ລຽບຕາມຊາຍແດນຂຶ້ນກັບແຂວງ ແມຮອງສອນ ຂອງໄທ ໃນສະພາບການເກີດມີການປະທະກັນຢ່າງດຸເດືອດໃນຫຼາຍມື້ລຽນຕິດລະຫວ່າງ ກອງທັບ ມຽນມາ ກັບ ກຸ່ມປະກອບອາວຸດຊົນເຜົ່າສ່ວນນ້ອຍ Karen. ທ່ານເຈົ້າແຂວງແຂວງ ແມຮອງສອນ ໃຫ້ຮູ້ວ່າ ຈຳນວນຄົນດັ່ງກ່າວ ໄດ້ລີ້ໄພຢູ່ 5 ເຂດລີ້ໄພຢູ່ແຂວງ ແມຮອງສອນ ນັບແຕ່ຕົ້ນເດືອນ ມິຖຸນາ ມານີ້. ບັນດາເຂດລີ້ໄພ ໂດຍລັດຖະບານ ໄທ ສ້າງຂຶ້ນ, ຫ່າງຈາກເສັ້ນຊາຍແດນຕິດກັບ ມຽນມາ ປະມານ 1 ກິໂລແມັດ. ອົງການເຈົ້າໜ້າທີ່ຂອງ ໄທ ກຳລັງສົມທົບກັບ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບ ລັດຖະບານ ແລະ ປະຊາຊົນທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ກໍຄື ເງື່ອນໄຂເບິ່ງແຍງສຸຂະພາບໂດຍພື້ນຖານ.

ດັ້ງຕວຽນ - ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ