ການປະທະກັນໃຊ້ຄວາມຮຸນແຮງຢູ່ອີຍີບ ມີໄພເກີດຂຶ້ນຄືນໃໝ່

ການປະທະກັນໃຊ້ຄວາມຮຸນແຮງຢູ່ອີຍີບ ມີໄພເກີດຂຶ້ນຄືນໃໝ່ - ảnh 1
(ພາບປະກອບ)

(vovworld) - ​ຄວາມ​ເຄັ່ງຕຶງ​ຢູ່​ອີ​ຍີບ ພວມ​ປິນຂັ້ນ​ໃດ​ໃນ​ສະພາບ​ທີ່​ຝ່າຍ​ມຸດ​ສລິມ ສະ​ໜັບສະ​ໜູນ​ປະທານາທິບໍດີຜູ້​ຖືກ​ປົດ​ຕຳ​ແໜ່​ງ Mohamed Morsi ​ແລະ ກຳລັງ​ຝ່າຍ​ຄ້ານ​ທີ່​ສະໜັບສະໜູນກອງທັບ​ພ້ອມ​ກັນ​ຮຽກຮ້ອງ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ທີ 04 ຕຸລາ, ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ສົງຄາມ​ອີ​ຍີບ - ອິດສຣາ​ແອນ. ສຳພັນ​ທະ​ມິດ​ແຫ່ງ​ຊາດ​ສະໜັບສະໜູນ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ (NASL) ​ໃຫ້​ຮູ້​ວ່າ, ການ​ແຫ່​ຂະ​ບວນປະ​ທ້ວງ​ເພື່ອ​ແນ​ໃສ່​ຄັດຄ້ານ​ການ​ໂຄນ​ລົ້ມ ຕ້ານ​ປະທານາທິບໍດີ​ຜູ້​ທຳ​ອິດ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ​ຂອງ​ອີ​ຍີບ Mohamed Morsi. NASL ​ເນັ້ນ​ໜັກ​ວ່າ ການ​ນຳ​ກອງທັບ​ລຸ້ນ​ປະຈຸ​ບັນ​ແມ່ນ “ບັນດາ​ຜູ້​ທຳ​ອິດ​ໃນ​ປະຫວັດສາດ​ຂອງອີ​ຍີບ ທີ່ໄດ້ຍິງປຶ​ນ​ໃສ່​ປະຊາຊົນ”. NASL ຮຽກຮ້ອງ​ໃຫ້​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເຕົ້າ​ໂຮມກັນ​ຢູ່​ບັນດາໂບດ​ໃຫຍ່ທີ່ ​ກາຍ​ໂຣ ​ແລະ ​​ແຂວງ ກີ​ຢາ ກ່ອນ​ທີ່​ເຕົ້າ​ໂຮມກັນ​ຢູ່​ສະໜາມ​ຫຼວງ ຕາຣີດ - ​​ເຊິ່ງ​ເປັນໃຈກາງ​ຂອງການ​ແຫ່​ຂະ​ບວນປະ​ທ້ວງ​ໂຄນ​ລົ້ມ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Hosni Mubarack ​ເມື່ອ​ຕົ້ນ​ປີ 2011 ກໍ່​ຄື​ອຳນາດ​ການ​ປົກຄອງ​ຂອງ​ທ່ານ Morsi ​ໃນ​ທ້າຍ​ເດືອນ​ມີ​ຖຸນາ ຜ່ານ​ມາ ຢູ່​ໃຈກາງ​ນະຄອນ​ກາຍ​ໂຣ ​ໃນ​ວັນ​ທີ 06 ຕຸລາ ຈະ​ມາ​ເຖິງ ​ໃນການກະທຳທ້າທາຍກອງ​ທັບ ​ແລະ ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ.

ຂ່າວ/ບົດ​ອື່ນ