ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງເພື່ອເລີ່ມດຳເນີນອາຊີບໃນຂົງເຂດກະສິກຳປະສົບຜົນສຳເລັດ

ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງເພື່ອເລີ່ມດຳເນີນອາຊີບໃນຂົງເຂດກະສິກຳປະສົບຜົນສຳເລັດ - ảnh 1
​ເວທີ​ປາ​ໄສ​ “ກໍ່ສ້າງ​ລະບົບ​ຊີວະ​ພາບ​ເລີ່​ມ​ດຳ​ເນີນ​ອາຊີບ ​ແລະ
 ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ຂົງ​ເຂດ​ກະສິກໍາ

(vovworld) - ຕອນ​ເຊົ້າ​ວັນ​ທີ 27/12, ຢູ່ ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ກົມ​ພັດທະນາ​ຕະຫຼາດ​ວິ​ສາ​ຫະກິດ (ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ), ສົມທົບ​ກັບ​ສະ​ຖາ​ບັນ​ກະສິກຳ ຫວຽດນາມ ຈັດ​ຕັ້ງ​ເວທີ​ປາ​ໄສ​ດ້ວຍ​ຫົວ​ຂໍ້​ວ່າ: “ກໍ່ສ້າງ​ລະບົບ​ຊີວະ​ພາບ​ເລີ່​ມ​ດຳ​ເນີນ​ອາຊີບ ​ແລະ ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ຂົງ​ເຂດ​ກະສິກໍາ“. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ເນັ້ນ​ໜັກ​ວ່າ, ເພື່ອ​​ເລີ່​ມດຳ​ເນີນ​ອາຊີບ​ໃນ​ຂົງ​ເຂດ​ກະສິກຳປະສົບ​ຜົນສຳ​ເລັດ, ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ມາດ​ຕະການ​ຈັດ​ຕັ້ງ​ການ​ຜະລິດ. ພ້ອມ​ກັນ​ນັ້ນ​ແມ່ນ​ຕ້ອງ​ມີ​ການ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ຂັ້ນ​ຕອນ​ແຫ່ງ​ການ​ຜະລິດ, ປຸງ​ແຕ່ງ; ສະໜອງ​ຜະລິດ​ຕະພັນ​ອອກ​ຕະຫຼາດ; ມີ​ຫົວຄິດ​ປະ​ດິດສ້າງ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ, ​ເຕັກ​ໂນ​ໂລ​ຢີສູງ. ​ເພື່ອ​ໃຫ້​ຜະລິດ​ຕະພັນ​ມີ​ຕະຫຼາດ​ສະ​ເພາະ, ​ເປັນ​ປົກກະຕິ. ທ່ານ ຫວູຕ໋ຽນ​ລົກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ຖື​ວ່າ:

        “ຄວນ​ສ້າງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເລີ່​ມດຳ​ເນີນ​ອາຊີບ​ສາມາດ​ສຳຜັດ​ກັບ​ຕະຫຼາດ​ໄດ້. ຕ້ອງ​ສະໜອງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບ

ສູງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເລີ່​ມດຳ​ເນີນ​ອາຊີບ. ຖັດມາ​ແມ່ນ​ຕ້ອງ​ມີ​ລະບົບ​ການ​ເງິນ, ກົນ​ໄກ​ການ​ເງິນ​ເພື່ອ​ມີ​ທຶນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເລີ່​ມດຳ​ເນີນ​ອາຊີບ. ຕ້ອງ​ສ້າງ​ເອກະສານ​ນິຕິ​ກຳ​ໃຫ້​ແກ່​ການ​ເລີ່​ມດຳ​ເນີນ​ອາຊີບ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ“.

 

 

ຂ່າວ/ບົດ​ອື່ນ