ການຜັນແປສັບສົນຂອງເຊື້ອຈຸລະໂລກສາຍພັນໃໝ່

(VOVWORLD) - ວັນທີ 27 ມັງກອນ, ຄະນະກຳມະການການແພດແຫ່ງຊາດ ຈີນ ໃຫ້ຮູ້ວ່າ: ໄລ່ມາຮອດທ້າຍວັນທີ 26 ມັງກອນ, ຢູ່ປະເທດນີ້ ໄດ້ພົບເຫັນ 80 ກໍລະນີເສຍຊີວິດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ເຮັດໃຫ້ 2.744 ກໍລະນີຕິດເຊື້ອພະຍາດ, ໃນນັ້ນ ມີ 461 ກໍລະນີພວມມີອາການຈັບສາຫັດ.
ການຜັນແປສັບສົນຂອງເຊື້ອຈຸລະໂລກສາຍພັນໃໝ່ - ảnh 1  (ພາບປະກອບ: AFP/TTXVN)

        ຕາມຄະນະກຳມະການດັ່ງກ່າວແລ້ວ, ໃນຮອບເວລາ 24 ຊົ່ງໂມງຜ່ານມາ, ປະເທດນີ້ໄດ້ພົບເຫັນ 769 ກໍລະນີຕິດເຊື້ອພະຍາດປອດອັດເສບໃໝ່, 3.806 ກໍລະນີຖືກສົ່ງໄສຕິດໃໝ່ ແລະ 24 ກໍລະນີເສຍຊີວິດລ້ວນແຕ່ຢູ່ນະຄອນ ອູ່ຣານ, ແຂວງ ວູ້ຮັ້ນ.

        ນອກຈາກ ຈີນ ແລ້ວ, ບັນດາກໍລະນີຖືກຕິດເຊື້ອຈຸລະໂລກສາຍພັນໃໝ່ ໄດ້ພົບເຫັນຢູ່ ໄທ (7 ກໍລະນີ), ຍີ່ປຸ່ນ ( 3 ກໍລະນີ), ສ.ເກົາຫຼີ (4 ກໍລະນີ), ອາເມລິກາ (5 ກໍລະນີ), ຫວຽດນາມ (2 ກໍລະນີ), ສິ່ງກະໂປ (4 ກໍລະນີ), ມາເລເຊຍ (3 ກໍລະນີ), ເນປານ (1 ກໍລະນີ), ຝຣັ່ງ (3 ກໍລະນີ) ແລະ ອົດສະຕາລີ (4 ກໍລະນີ).

        ຕໍ່ໜ້າສະພາບການດັ່ງກ່າວ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ເດີນທາງໄປ ຈີນ ເພື່ອປຶກສາຫາລືກ່ຽວກັບວິທີການຄວບຄຸມເຊື້ອຈຸລະໂລກສາຍພັນໃໝ່ແຜ່ລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ