ການ​ຜັນ​ແປ່​ໃໝ່​ຢູ່​ເວ​ທີ​ດ້ານ​ການ​ເມືອງ ຍີ່​ປຸ່ນ

(VOVWORLD) -ປັດຈຸບັນ ຝ່າຍ Shikokai, ໂດຍທ່ານ Taro Aso ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງການເງິນຍີ່ປຸ່ນນຳໜ້າ ໄດ້ຕັດສິນວ່າ ຈະໜູນຫຼັງໃຫ້ແກ່ທ່ານ Yashihide Suga ຫົວໜ້າຫ້ອງວ່າການຄະນະລັດຖະບານຍີ່ປຸ່ນ ໃນການເລືອກຕັ້ງຈະມາເຖິງ.

        ວັນທີ 1 ກັນຍາ, ທ່ານ Taro Kono ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ປະກາດວ່າ ບໍ່ອອກສະໝັກເລືອກຕັ້ງໃນການເລືອກຕັ້ງ ຕຳແໜ່ງປະທານພັກອາທິປະໄຕເສລີ (LDP) ກຳອຳນາດ ເພື່ອເລືອກຕັ້ງນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່. ທ່ານ Kono ໃຫ້ຮູ້ວ່າ ໄດ້ຍົກອອກຄຳຕັດສິນນີ້ພາຍຫຼັງ ແລກປ່ຽນກັບຝ່າຍ Shikokai ຂອງຕົນ.

        ປັດຈຸບັນ ຝ່າຍ Shikokai, ໂດຍທ່ານ Taro Aso ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງການເງິນຍີ່ປຸ່ນນຳໜ້າ ໄດ້ຕັດສິນວ່າ ຈະໜູນຫຼັງໃຫ້ແກ່ທ່ານ Yashihide Suga ຫົວໜ້າຫ້ອງວ່າການຄະນະລັດຖະບານຍີ່ປຸ່ນ ໃນການເລືອກຕັ້ງຈະມາເຖິງ.

        ແລະກໍ່ໃນວັນດຽວກັນ, ທ່ານ Shigeru Ishiba ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນໄດ້ປະກາດຢ່າງເປັນທາງການວ່າ ມີແນວຄິດຈະອອກສະໝັກເລືອກຕັ້ງຊິງຕຳແໜ່ງປະທານ LDP ກຳອຳນາດ.

ຕອບກັບ

ຂ່າວ/ບົດ​ອື່ນ