ການຜະລິດອຸດສາຫະກຳເພີ່ມຂຶ້ນຢູ່ 49 ທ້ອງຖິ່ນ

(VOVWORLD) - ຄິດລວມໃນ 10 ເດືອນຕົ້ນປີ 2023, ຄາດວ່າ, IIP ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຕາມທ່ານນາງ ຝີທິເຮືອງງາ, ຫົວໜ້າກົມສະຖິຕິອຸດສາຫະກຳ ແລະ ກໍ່ສ້າງ ແລ້ວ, ການເຄື່ອນໄຫວຜະລິດ ດຳເນີນທຸລະກິດຂອງບັນດາວິສາຫະກິດຂະແໜງອຸດສາຫະກປະດິດສ້າງ, ປຸງແຕ່ງ
ການຜະລິດອຸດສາຫະກຳເພີ່ມຂຶ້ນຢູ່ 49 ທ້ອງຖິ່ນ - ảnh 1ພາບປະກອບ

ວັນທີ 4 ພະຈິກ, ຕາມບົດລາຍງານຂອງກົມໃຫຍ່ສະຖິຕິ ແລ້ວ, ດັດຊະນີການຜະລິດຂອງທົ່ວຂະແໜງອຸດສາຫະກຳ (IIP) ໃນເດືອນ ຕຸລາ ປີນີ້ ຄາດວ່າບັນລຸກ່ວາ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ໃນນັ້ນ, ຂະແໜງປະດິດສ້າງ, ປຸງແຕ່ງເພີ່ມຂຶ້ນ 4,9%; ຂະແໜງການຜະລິດ ແລະ ຈຳໜ່າຍໄຟຟ້າເພີ່ມຂຶ້ນ 5,6%; ການສະໜອງນ້ຳ, ການເຄື່ອນໄຫວຄຸ້ມຄອງ ແລະ ບຳບັດນ້ຳເສຍ, ກຳຈັດຂີ້ເຫຍື້ອ ເພີ່ມຂຶ້ນ 5,2%.

ຄິດລວມໃນ 10 ເດືອນຕົ້ນປີ 2023, ຄາດວ່າ, IIP ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຕາມທ່ານນາງ ຝີທິເຮືອງງາ, ຫົວໜ້າກົມສະຖິຕິອຸດສາຫະກຳ ແລະ ກໍ່ສ້າງ ແລ້ວ, ການເຄື່ອນໄຫວຜະລິດ ດຳເນີນທຸລະກິດຂອງບັນດາວິສາຫະກິດຂະແໜງອຸດສາຫະກປະດິດສ້າງ, ປຸງແຕ່ງ, ຂະແໜງຂຸດຄົ້ນບໍ່ແຮ່ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ໄດ້ຟື້ນຟູຢ່າງຕັ້ງໜ້າກ່ວາໃນໄຕມາດ III ປີ 2023.

ບົດລາຍງານຂອງກົມໃຫຍ່ສະຖິຕິກໍ່ສະແດງໃຫ້ເຫັນວ່າ ດັດຊະນີການຜະລິດອຸດສາຫະກຳ 10 ເດືອນຕົ້ນປີນີ້ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນຢູ່ 49 ທ້ອງຖິ່ນ. ບາງທ້ອງຖິ່ນ ມີດັດຊະນີ IIP ບັນລຸລະດັບເພີ່ມຂຶ້ນສູງພໍສົມຄວນ ຍ້ອນຂະແໜງອຸດສາຫະກຳປະດິດສ້າງ, ປຸງແຕ່ງ; ຂະແໜງຜະລິດ ແລະ ຈຳໜ່າຍໄຟຟ້າເພີ່ມຂຶ້ນສູງ, ໃນນັ້ນມີແຂວງ ດັກລັກ, ບັກຢາງ, ຟູ໋ເທາະ, ນາມດິ້ງ, ຫາຍຟ່ອງ...

ເພື່ອຊຸກຍູ້ຂະແໜງການຜະລິດອຸດສາຫະກຳໃນຊຸມເດືອນທ້າຍປີ, ທ່ານ ໂດ໊ຖັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ, ໃຫ້ຮູ້ວ່າ: ກະຊວງຈະສືບຕໍ່ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ເພື່ອຊຸກຍູ້ການພັດທະນາການຜະລິດ; ນຳສະເໜີລັດຖະບານສືບຕໍ່ຈັດຕັ້ງການເຊື່ອມຕໍ່ບັນດາວິສາຫະກິດຢູ່ພາຍໃນປະເທດເຂົ້າຮ່ວມລະບົບການສະໜອງຂອງບັນດາວິສາຫະກິດທົ່ວໂລກ ທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ພວມລົງທຶນຢູ່ ຫວຽດນາມ...

ຕອບກັບ

ຂ່າວ/ບົດ​ອື່ນ