ການຝຶກຊ້ອມໃນແຜນທີ່ກ່ຽວກັບການຮັບມືກັບໄພພິບັດທຳມະຊາດ

      ການຝຶກຊ້ອມໃນແຜນທີ່ກ່ຽວກັບການຮັບມືກັບໄພພິບັດທຳມະຊາດ      - ảnh 1
ການ​ຝຶກ​ຊ້ອມ​ໃນ​ແຜນ​ທີ່​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ ແລະ ຊ່ວຍ​ບັນ​ເທົາ​ທຸກ​ໂດຍ​ມະ​ນຸດ​ສະ​ທຳ    (qdnd)

(vovworld)- ຕອນ​ເຊົ້າ​ວັນ​ທີ 11/5, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ ກູ້​ໄພ​ກູ້​ຊີບ​ໄດ້​ຈັດ “ ການ​ຝຶກ​ຊ້ອມ​ໃນ​ແຜນ​ທີ່​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ ແລະ ຊ່ວຍ​ບັນ​ເທົາ​ທຸກ​ໂດຍ​ມະ​ນຸດ​ສະ​ທຳ” ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳ​ລັງ​ກູ້​ໄພ​ກູ້​ຊີບ​ອາ​ເມ​ລິ​ກາ ແລະ ບາງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ປະ​ຈຳ​ຫວຽດ​ນາມ. ເຂົ້າ​ຮ່ວມ​ມີ​ທ່ານ​ນາງ ຊູ​ຊານ ຊູ​ຕັນ ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຫວຽດ​ນາມ. ໂດຍ​ເປັນ​ຮັບ​ຜິດ​ຊອບ​ບັນ​ຊາ​ການ​ຝຶກ​ຊ້ອມ, ທ່ານ​ພັນ​ເອກ ຝ້າມ​ວັນ​ຕິ ຮອງ​ຫົວ​ໜ​້າ​ກົ​ມໃຫຍ່ກູ້​ໄພ​ກູ້​ຊີບ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​, ຮອງ​ຫົວ​ໜ້າ​ຫ້​ອງ​ການ​ ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ ກູ້​ໄພ​ກູ້​ຊີບ​ ໃຫ້​ຮູ້​ວ່າ : (ເທບ)

    “ ໂດຍ​ຜ່ານ​ການ​ຝຶກ​ຊ້ອມ​ໃນ​ແຜນ​ທີ່​ເພື່ອ​ແນ​ໃສ່​ບຳ​ລຸງ​ດ້ານ​ລະ​ດັບ​ຄວາມ​ຮູ້​ການ​ຈັດ​ຕັ້ງ​ຂອງ​ຜູ້​ບັນ​ຊາ, ພິ​ເສດ​ແມ່ນ​ຄວາມ​ສາ​ມາດ​ແກ້​ໄຂ​ບັນ​ດາ​ສະ​ພາ​ວະ​ໂດຍ​ອະ​ທິ​ຖານ. ພ້ອມ​ກັນ​ນັ້ນ ກໍ​ເປັນ​ດານ​ຝຶກ​ຝົນ​ດ້ານ​ຄວາມ​ສາ​ມາດ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການເສ​ນາ​ທິ​ການ​ເມື່ອ​ແກ້​ໄຂ​ສະ​ພາ​ວະ​ໄພ​ພິ​ບັດ​ທຳ​ມະ​ຊາດ, ເປັນ​ພື້ນ​ຖານ​ເມື່ອ​ໝູນ​ໃຊ້​ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ​ເພື່ອ​ໃຫ້​ພວກ​ເຮົາ​ຈັດ​ຕັ້ງ​ການ​ຝຶກ​ຊ້ອມ​ເປັນ​ຢ່າງ​ດີ ”

 

ຂ່າວ/ບົດ​ອື່ນ