ການພົບປະຂັ້ນສູງຄັ້ງຕ່າງໆຢູ່ນອກກອງປະຊຸມສຸດຍອດBRICS

ການພົບປະຂັ້ນສູງຄັ້ງຕ່າງໆຢູ່ນອກກອງປະຊຸມສຸດຍອດBRICS - ảnh 1
ທ່ານປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ
ຄູ່​ຕຳ​ແໜ່ງ ບຣາຊິນ ທ່ານນາງ Dilma Russeff (ພາບ:TTXVN)


(vovworld) - ຢູ່​ນະຄອນ Ufa, ສະຫະພັນ​ລັດ​ເຊຍ ພວມ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍພົ້ນ​ເດັ່ນ​ຂຶ້ນ​​ແຖວ​ໜ້າ​ໃນ​ໂລກ (BRICS) ​ແລະ ວາລະ​ປະຊຸມ​ສະພາ​ປະມຸກ​ລັດ​ບັນດາ​ປະ​ເທດ​ຂຶ້ນ​ກັບ​ອົງການ​ຮ່ວມ​ມືຊຽງ​ໄຮ (SCO). ນີ້​ແມ່ນ 2 ​ເຫດ​ການ​ໃຫຍ່​ຂອງ 2 ກຸ່ມ​ເສດຖະກິດ ຊຶ່ງ​ ລັດ​ເຊຍ​ ພວມ​ເປັນ​ປະທານ. ຫຼາຍບັນ​ຫາ​ພາກ​ພື້ນ ​ແລະ ສາກົນ​ຖືກ​ຍົກ​ອອກ​ມາປຶກສາ​ຫາລື​ໃນ​ການ​ພົບ​ປະລະ​ຫວ່າງ​ບັນດາ​ປະມຸກ​ລັດ​ຢູ່ທີ່​ນີ້.

        ກ່ອນ​ພິທີ​ໄຂ​ກອງ​ປະຊຸມ​ສຸດ​ຍອດ BRICS ຢ່າງ​ເປັນ​ທາງ​ການ​​ໃນວັນ​ທີ 9/7, ວັນ​ທີ 8/7, ປະທານາທິບໍດີ ລັດ​ເຊຍ​ ມີການ​ພົບ​ປະ2​ຝ່າຍ 6 ຄັ້ງກັບການ​ນຳ​ບັນດາ​ປະ​ເທດ​ຄື: ຈີນ​, ບຣາຊິນ, ອາບ​ຟີ​ກາ​ໃຕ້, ອິນ​ເດຍ, ​ເບ​ລາຣຸດ ​ແລະ ຕາຈີ​ກິດ​ສະ​ຖານ. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ພາຍ​ຫລັງ​ການ​ພົບ​ປະລະ​ຫວ່າງ​ທ່ານປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ຄູ່​ຕຳ​ແໜ່ງ ບຣາຊິນ ທ່ານນາງ Dilma Russeff, 2 ຝ່າຍ​ຖື​ວ່າ: ການ​ພົວພັນ 2 ປະ​ເທດພວມ​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ, ການ​ບິນ ​ແລະ ອາ​ວະ​ກາດ ​ແມ່ນ​ບັນດາ​ຂົງ​ເຂດ​​ເຕັກ​ໂນ​ໂລ​ຢີສູງ ​ເຊິ່ງ ລັດ​ເຊຍ ​ແລະ ບຣາຊິນ ຄວນຊຸກຍູ້​ການ​ຮ່ວມ​ມື​​ກວ່າ​ອີກໃນ​ອະນາຄົດ. ທ່ີ​ການ​ພົບ​ປະ​ກັບທ່ານ​ປະທານາທິບໍດີ ອາບ​ຟີ​ກາ​ໃຕ້ Jacob Zuma, ການ​ນຳ 2 ປະ​ເທດໄດ້​ເຕື້ອງ​ເຖິງ​ ຫລາຍ​ບັນຫາ​ໃນ​ການ​ພົວພັນ 2 ຝ່າຍ, ພິ​ເສດ​ແມ່ນ​ປຶກສາ​ຫາລື​ບັນດາ​ມາດຕະຖານ​ລະອຽດ ​ເພື່ອ​ປັບປຸງ​ສະພາບ​ວົງ​ເງິນການ​ຄ້າ​ລະຫວ່າງ 2 ປະ​ເທດຖືກ​ຊຸດ​ໂຊມ. ​ໃນ​ວັນ​ດຽວກັນ, ທ່ານ​ປະທານາທິບໍດີ ລັດ​ເຊຍ ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi, ​ປຶກສາ​ຫາລືກ່ຽວ​ກັບ​ບັນ​ຫາ​ຮ່ວມ​ມື​ໃນ​ການ​ສ້າງພາກ​ພື້ນ​ການ​ຄ້າ​ເສລີລະ​ຫວ່າງ ອິນ​ເດຍ ​ແລະ ພັນທະ​ມິດເສດຖະກິດ​ອາຊີ - ​ເອີ​ລົບ (EAEU) ​ເຊິ່ງ ລັດ​ເຊຍ ​ເປັນປະ​ເທດ​ນຳ​ໜ້າ​. ການ​ນຳ​ 2 ທ່ານກໍ່​ປຶກສາ​ຫາລື​ບັນຫາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​ປະລະມານູ, ການຮ່ວມ​ມື​ດ້ານເຕັກ​ນິກການ​ທະຫານ ​ແລະ ​ການເຊື່ອມ​ໂຍງ​ບັນດາ​ລະບົບ GPS ທົ່ວ​ໂລກ .

ຂ່າວ/ບົດ​ອື່ນ