ການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນຊາດອີຕາລີ


ການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນຊາດອີຕາລີ - ảnh 1
ທ່າ​ນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອີ​ຕາ​ລີ ຫງວຽ​ນ​ວັນ​ນາມກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ

(vovworld)-  ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ມິດ​ຕະ​ພາບ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ ແຫ່ງວັນ​ຊາດ​ອີ​ຕາ​ລີ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 30/5 ຢູ່​ຮ່າ​ໂນ້ຍ, ທ່າ​ນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອີ​ຕາ​ລີ ຫງວຽ​ນ​ວັນ​ນາມ ໄດ້​ຕີ​ລາ​ຄາ​ສູງນ້ຳ​ໃຈ​ສາ​ມັກ​ຄີ​ຊຶ່ງ​ການ​ນຳ​ລຸ່ນ​ຕ່າງໆ ແລະ ປະ​ຊາ​ຊົນ​ອີ​ຕາ​ລີ​ທຸກ​ຊັ້ນ​ຄົນ​ໄດ້​ສະ​ຫງວນ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ​ໃນ​ການ​ບັນ​ດາ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ກ່ອນນີ້, ກໍ​ຄື​ໃນ​ກິດ​ຈະ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ປະ​ຈຸ​ບັນ. ທ່າ​ນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອີ​ຕາ​ລີ ຫງວຽ​ນ​ວັນ​ນາມ ຢືນ​ຢັນ​ວ່າ ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ຄວາມ​ສາ​ມັກ​ຄີນັ້ນ ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ​ຂອງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ປະ​ຈຸ​ບັນ.

ຂ່າວ/ບົດ​ອື່ນ