ການພົບປະລະຫວ່າງທິມຊາດບານເຕະ U23 ຫວຽດນາມ ກັບແຟນບານທາງພາກໃຕ້

(VOVWORLD) - ລາຍການພົບປະໂດຍຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງເພື່ອຮັບຮູ້ຜົນງານອັນດີເດັ່ນຂອງທິມຊາດບານເຕະ U23 ຫວຽດນາມ ທີ່ການແຂ່ງຂັນຊິງຊະນະເລີດ U23 ອາຊີ ຢູ່ ຈີນ ພ້ອມທັງຕອງສະໜອງການລໍຄອຍຂອງແຟນບານ ທາງພາກໃຕ້.
ການພົບປະລະຫວ່າງທິມຊາດບານເຕະ U23 ຫວຽດນາມ ກັບແຟນບານທາງພາກໃຕ້ - ảnh 1 ບັນດານັກກິລາທີ່ການພົບປະ

ຕອນຄ່ຳວັນທີ 4 ກຸມພາ, ຢູ່ສະໜາມກິລາ ທົ໋ງເຍີດ ທີ່ນະຄອນ ໂຮ່ຈີມິນ, ບັນດາສະມາຊິກຂອງທິມຊາດບານເຕະ U23 ຫວຽດນາມ ໄດ້ມີການຳພົບປະກັບກອງເຊຍ ແລະ ແຟນບານທາງພາກໃຕ້. ລາຍການພົບປະໂດຍຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງເພື່ອຮັບຮູ້ຜົນງານອັນດີເດັ່ນຂອງທິມຊາດບານເຕະ U23 ຫວຽດນາມ ທີ່ການແຂ່ງຂັນຊິງຊະນະເລີດ U23 ອາຊີ ຢູ່ ຈີນ ພ້ອມທັງຕອງສະໜອງການລໍຄອຍຂອງແຟນບານ ທາງພາກໃຕ້.

        ບັນດານັກກິລາບານເຕະ, ຄະນະຄູຝຶກ ແລະ ພໍ່ແມ່ຂອງບັນດານັກກິລາທິມຊາດບານເຕະ U23 ໄດ້ມີການແບ່ງປັນ, ເລົ່າບັນດາເລື່ອງລາວຕື້ນຕັນໃຈກ່ຽວກັບວິວັດການຝຶກຝົນຫຼໍ່ຫຼອມ ແລະ ການແຂ່ງຂັນ, ບັນດາເລື່ອງລາວຢູ່ນອກການແຂ່ງຂັນ… ໂດຍເຂົ້າຮ່ວມການພົບປະ, ຫງວຽນແທງເວີນ, ນັກສຶກສາມະຫາວິທະຍາໄລເສດຖະກິດ ນະຄອນໂຮ່ຈີມິນ, ແບ່ງປັນວ່າ:

        “ນ້ອງຮູ້ສຶກມ່ວນຫຼາຍເມື່ອໄດ້ພົບປະກັບພວກອ້າຍ. ຂໍອວຍພອນໃຫ້ພວກອ້າຍຈົ່ງມີຊີວິດທີ່ເບີກບານມ່ວນຊື່ນ ແລະ ຂໍອວຍພອນໃຫ້ພວກອ້າຍໃນປີໜ້າຈະໄດ້ເປັນແຊ້ມ.”

ການພົບປະລະຫວ່າງທິມຊາດບານເຕະ U23 ຫວຽດນາມ ກັບແຟນບານທາງພາກໃຕ້ - ảnh 2ແຟນບານເຂົ້າຮ່ວມການພົບປະ 

        ໃນການພົບປະແລກປ່ຽນ, ຄະນະຄູຝຶກ ແລະ ທິມຊາດບານເຕະ U23 ຫວຽດນາມ ໄດ້ໄປຖະຫວາຍທູບທຽນ ແລະ ຖ່າຍຮູບທີ່ລະນຶກຢູ່ອະນຸສາວາລີປະທານ ໂຮ່ຈີມິນ ຢູ່ຖະໜົນທາງຍ່າງ ຫງວຽນເຫ້ວ, ຢູ່ເມືອງ 1.

ຕອບກັບ

ຂ່າວ/ບົດ​ອື່ນ