ການພົບປະລະຫວ່າງຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ - ຈີນ

ການພົບປະລະຫວ່າງຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ - ຈີນ - ảnh 1
( ພາບປະກອບ )

( vovworld ) -  ​ໃນ​​ວັນ​ທີ 27 ​ແລະ 28/2 ຢູ່​ປັກ​ກິ​ງ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽ​ດນາມ ​ໂຮ່ຊວນ​ເຊີນ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຈີນ ຈາງ​ຈຶ່ຈຸນ . ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າ​ຍ ​ແລະ ບັນຫາ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ - ຈີນ. ສອງ​ຝ່າຍ​ກໍ​ເຫັນ​ດີຊາບ​ຊຶມການ​ປະຕິບັດ​ຄວາມ​ຮັບຮູ້​ລວ​ມຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ກໍ​ຄື​ຂໍ້​ຕົກລົງຕ່າງໆ​ທີ່​ກ່ຽວຂ້ອງ, ຮັກສາ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ, ​ເຮັດ​ໃຫ້ການຮ່ວມ​ມື​ໃນ​ທຸກ​ຂົງ​ເຂດກ້າວ​ເຂົ້າ​ສູ່​ລວງ​ເລິກ​, ນຳ​ສາຍ​ພົວພັນ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​​ໄດ້ຮັບ​ການ​ພັດທະນາ. ກ່ຽວ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ກະ​ກຽມ​ໃຫ້​ແກ່​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ເປັນ​ຢ່າງ​ດີ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຢ້ຽມຢາມ​ຈີນ ຂອງ​ທ່ານ​ປະ​ທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ຄາດ​ວ່າ​​ຈະ​ດຳ​ເນີນ​ໃນ​ມາດຕາທີ 2 ປີ 2012 ນີ້. ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ, ສອງ​ຝ່າ​ຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີການ​ສົມທົບ​ກັນ​ເພື່ອ​ຜັນ​ຂະຫຍາຍ​ແຜນການ 5 ປີ​ແຫ່ງ​ການພັດທະນາການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ​ຫວຽ​ດນາມ - ຈີນ​ໂດຍ​ໄວ. ມານະ​ພະຍາຍາມ​ສູ້​ຊົນ​​ບັນລຸ​ຄາດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ຂື້ນ​ເຖີງ​ 60 ຕື້ USD ​ໃນ​ປີ 2015. ກ່ຽວ​ກັບ​​ບັນ​ຫາ​ຊາຍ​ແດນ​ທາງບົກ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ປະຕິບັດ​ເອກະສານ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເພື່ອພ້ອມ​ກັນ​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ​ທາງບົກ​ຫວຽດນາມ - ຈີນ​ໂດຍ​ໄວ, ຊຸກຍູ້​ການ​ລົງ​ນາມ​ສັນກ່ຽວ​ກັບ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ເຂດ​ປາກ​​ແມ່ນ​ນ້ຳ ບັກ​ລວນ ແລະ ສັນຍາ​ຮ່ວມ​ມື ​ແລະ ຂຸດ​ຄົ້ນຊັບພະ​ຍາກອນການທ່ອງທ່ຽວ​ເຂດນ້ຳຕົກຕາດ​ ບານ​ໂຢກ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ສອງ​ປະ​ເທດ ​ແລະ ຂໍ້​ຕົກລົງ​ບັນດາ​ຫຼັກການ​​ພື້ນຖານ, ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຫວຽດນາມ - ຈີນ ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ການ​ພັດທະນາຢ່າງ​ດີງາມ, ​ເປັນ​ປົກກະຕິຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ