ການພົບປະສັງສັນຕ້ອນຮັບບຸນປີໃໝ່ປີກຸນຢູ່ອາເມລິກາແລະໂຮນລັງ

(VOVWORLD) -ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ແລະ ສະຖານກົງສູນຫວຽດນາມ ປະຈຳນິວຢອກ, ປະເທດອາເມລິກາ ຫາກໍ່ຈັດການພົບປະສ້າງສັນຕ້ອນຮັບບຸນປີໃໝ່ປີກຸນ 2019

ດ້ວຍການເຂົ້າຮ່ວມຂອງຊາວຫວຽດນາມ, ພະນັກງານ, ນັກສຶກສາຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ນະຄອນນິວຢອກ ແລະ ເຂດໃກ້ຄຽງເກືອບ 400 ຄົນ. ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນວ່າ ຜົນງານພັດທະນາປະເທດຊາດໃນຊຸມປີຜ່ານມາ ໄດ້ ແລະ ພວມສ້າງຄວາມພາກພູມໃຈ ແລະ ຄວາມເຊື່ອໝັ້ນໃນຈິດໃຈຂອງປະຊາຊົນຫວຽດນາມ ເຂົ້າໃນການຊີ້ນຳນຳພາຂອງພັກ, ລັດ, ເຂົ້າໃນໄຊຊະນະຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຂົງເຂດການຕ່າງປະເທດ, ຫວຽດນາມ ຈະສືບຕໍ່ຍູ້ແຮງການພົວພັນທາງການທູດຫຼາຍຝ່າຍ, ຕັ້ງໜ້າຂົນຂວາຍເພື່ອໄດ້ຮັບການເລືອກຕັ້ງເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ການພົບປະສັງສັນຕ້ອນຮັບບຸນປີໃໝ່ປີກຸນຢູ່ອາເມລິກາແລະໂຮນລັງ - ảnh 1 (ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳໂຮນລັງ ໂງທິຮ່ວາ)

ກ່າວຄຳເຫັນທີ່ການພົບປະໃນໂອກາດບຸນປີໃໝ່ປີກຸນ 2019, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳໂຮນລັງ ໂງທິຮ່ວາ ຫວັງວ່າ, ພໍ່ແມ່ພີ່ນ້ອງ, ນັກສຶກສາທີ່ພວມຮ່ຳຮຽນຢູ່ໂຮນລັງ ຈະສືບຕໍ່ເສີມຂະຫຍາຍຄຸນນະທາດ, ພູມປັນຍາ ແລະ ມູນເຊື້ອຮັກຊາດຂອງຫວຽດນາມ; ຍາມໃດກໍ່ສາມັກຄີກັນເປັນຈິດໜຶ່ງໃຈດຽວ, ພ້ອມກັນສູ້ຊົນສ້າງສາປະເທດຫວຽດນາມ ໃຫ້ຮັ່ງມີເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ