ການພົບປະສຸດຍອດລະຫວ່າງລັດເຊຍ-ສປປ.ເກົາຫຼີ ຈະດຳເນີນໃນວັນທີ 25 ເມສາ

(VOVWORLD) -ວັນທີ 24 ເມສາ, ການນຳ Kim Jong un ໄດ້ເລີ່ມເດີນທາງໄປຍັງລັດເຊຍ ດ້ວຍລົດໄຟ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທຳອິດກັບທ່ານປະທານາທິບໍດີລັດເຊຍ Vladimir Putin ເຊິ່ງຈະດຳເນີນໃນວັນທີ 25 ເມສາຢູ່ນະຄອນ Vladivostok, ທາງທິດຕາເວັນອອກປະເທດລັດເຊຍ.

ໃນແຈ້ງການເມື່ອວັນທີ 23 ເມສາ, ທີ່ປຶກສາດ້ານນະໂຍບາຍການຕ່າງປະເທດຂອງວັງ Kremlin ທ່ານ Yuri Ushakov ໃຫ້ຮູ້ວ່າ, ການນຳ 2 ທ່ານຈະປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມດ້ານການເມືອງ ແລະ ການທູດ ເພື່ອແນໃສ່ແກ້ໄຂບັນຫານິວເຄຼຍໃນແຫຼມເກົາຫຼີ ແລະ ການຢ້ຽມຢາມຂອງການນຳ Kim Jong un ສວມບົດບາດສຳຄັນໃນວິວັດທະນາການນີ້.

        ໃນຂະນະນັ້ນ, ວົງການນັກສັງເກດການສາກົນໃຫ້ຂໍ້ສັງເກດວ່າ, ໂຄງການດຳເນີນງານທີ່ກອງປະຊຸມສຸດຍອດລະຫວ່າງການນຳ 2 ປະເທດ ຄັ້ງນີ້ ຈະສຸມໃສ່ບັນດາຄວາມມານະພະຍາຍາມສ້າງສັນຕິພາບໃນແຫຼມເກົາຫຼີ. ການຮ່ວມມືດ້ານເສດຖະກິດ ແລະ ການພົວພັນ 2 ຝ່າຍ…

ຕອບກັບ

ຂ່າວ/ບົດ​ອື່ນ