ການພົບປະສົນທະນາ ເພື່ອໂລກສັນຕິພາບ, ປອດອາວຸດນິວເຄຼຍ ແລະ ອາວຸດເຄມີ

ການພົບປະສົນທະນາ ເພື່ອໂລກສັນຕິພາບ, ປອດອາວຸດນິວເຄຼຍ ແລະ ອາວຸດເຄມີ - ảnh 1
ການ​ພົບ​ປະ​ສົນທະນາ ​“ເພື່ອ​ໂລກ​ສັນຕິພາບ,
ປອດ​ອາວຸດ​ນິວ​ເຄຼຍ ​ແລະ ອາ​ວຸດ​ເຄມີ”
(ພາບ: dantri.com.vn)


(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ (21/09/1973 – 21/09/2013), ຕອນ​ບ່າຍ​ວັນ​ທີ 24/07, ຢູ່​ນະຄອນ​ດ່າ​ນັ້ງ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ, ສະຫະ​ສະມາຄົມ​ຊາວ​ໜຸ່ມ​ນະຄອນ​ດ່າ​ນັ້ງ ​ໄດ້ສົມທົບ​ກັບກໍ່າ​ປັ່ນ​ສັນຕິພາບ - ຍີ່ປຸ່ນ ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ ​“ເພື່ອ​ໂລກ​ສັນຕິພາບ, ປອດ​ອາວຸດ​ນິວ​ເຄຼຍ ​ແລະ ອາ​ວຸດ​ເຄມີ”. ການ​ພົບ​ປະ​ສົນທະນາການ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ເຄື່ອນ​ໄຫວ​ສັງຄົມ​ຂອງນະຄອນ​ດ່າ​ນັ້ງ ​ແລະ ຍີ່ປຸ່ນ, ບັນດາ​ຜູ້​ປະສົບເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ, ພົບ​ປະ​ແລກປ່ຽນ, ແບ່ງປັນ​ບັນດາ​ສິ່ງ​ທີ່​ໄດ້​ເຫັນ, ​ໄດ້​ຜ່ານ​ຜ່າ ​ເພື່ອ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ແບ່ງປັນ​ຄວາມ​ເຈັບ​ປວດ​ໂດຍ​ສົງຄາມ​ກໍ່​ຂຶ້ນ, ຮຽງ​ບ່າ​ຮຽງ​ໄຫຼ່​ໃນ​ການ​ຕໍ່ສູ້​ເພື່ອໂລກ​ສັນຕິພາບ, ປອດອາວຸດ​ນິວ​ເຄຼຍ ​ແລະ ອາ​ວຸດ​ເຄມີ. ທີ່ການ​ພົບ​ປະ​ສົນທະນາ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ຄຳ​ເຫັນ​ຂອງ​ນັກ​ເຄື່ອນ​ໄຫວ​ສັງຄົມ​ຫວຽດນາມ ​ແລະ ຍີ່ປຸ່ນ; ຄຳ​ເຫັນ​ຂອງ​ບັນດາ​ຜູ້​ປະສົບເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ຫວຽດນາມ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ນິວ​ເຄຼຍຂອງຍີ່ປຸ່ນ ກ່ຽວ​ກັບ​ຜົນ​ຮ້າຍຂອງ​ສົງຄາມ​ທີ່​ໃຊ້​ອາວຸດ​ນິວ​ເຄຼຍ, ອາວຸດ​ເຄມີ ​ແລະ ຄວາມ​ສຳຄັນ​ຂອງ​ສັນຕິພາບ​ໃນ​ທ່າ​ອຽງ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ