ການພົບປະສົນທະນາການພົວພັນຫວຽດນາມ-ເມກຊີກໂກແລະແນະນຳອາຫານຫວຽດນາມ

ການພົບປະສົນທະນາການພົວພັນຫວຽດນາມ-ເມກຊີກໂກແລະແນະນຳອາຫານຫວຽດນາມ - ảnh 1

ການ​​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ-​ເມກຊີກ​ໂກ
(ພາບ: Việt Hòa/Vietnam+)

(vovworld) - ​​ໃນ​ຂອບ​ເຂດ ​”ສັບປະດາຫວຽດນາມ ​ຢູ່​ ເມກ​ຊິກ​ໂກ” ທີ່​ພວມ​ດຳ​ເນີນ​ຢູ່​ນະຄອນຫຼວງ​ປະ​ເທດ​ນີ້. ກຳມາ​ທິການ​ການ​ຕ່າງປະ​ເທດ​ອາຊີ - ປາຊິ​ຝິກ ທີ່​ຂຶ້ນ​ກັບ​ສະພາ​ສູງ​ ເມກ​ຊິກ​ໂກ, ສົມທົບ​ກັບ​ສະຖານທູດ​ ຫວຽດນາມ ປະຈຳ​ ເມກ​ຊິກ​ໂກ ​ໄດ້​ຈັດ​ຕັ້ງການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ ​ແລະ ​ແນະ​ນຳ​ອາຫານ​ການ​ກິນ​ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 9-10/9, ​ເຫດການ​ນີ້​ໄດ້​ດຶງ​ດູດ​ເຈົ້າ​ໜ້າ​ທີ່, ນັກ​ຄົ້ນ​ຄ້ວາ, ນັກ​ສຶກສາ ​ແລະ ຊາວ​ ເມກ​ຊິກ​ໂກ ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

        ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ເມກ​ຊິກ​ໂກ ​ເລ​ລິງ​ລານ ຢືນຢັນ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ ​ແລະ ​ເປີດ​ປະຕູ​ຂອງ ຫວຽດນາມ, ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ພົວພັນ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ​ລະຫວ່າງ​ ຫວຽດນາມ ເມກ​ຊິກ​ໂກ ​ເວົ້າ​ສະ​ເພາະ ​ແລະ ​ໃນ​ການ​ພົວພັນ​ລະຫວ່າງ​ ອາ​ຊຽນ ກັບ​ພັນທະ​ມິດ​ປາຊີ​ຟິກ ​ເວົ້າ​ລວມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຕັດສິນ​ໃຈ​ນຳ​ສາຍ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

        ​ໃນ​ການ​ແນະນຳ​ອາຫານ​ການ​ກິນ​ ຫວຽດນາມ, ​ເພື່ອນ​ມິດ ເມກ​ຊິກ​ໂກ ກໍ່​ສະ​ແດງ​ຄວາມ​ນິຍົມ​ເມື່ອ​ໄດ້​ຮັບ​ປະທານ​ອາຫານ ກໍ່​ຄື​ໄດ້​ແຕ່ງອາຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ