ການພົບປະສ້າງສັນສະເຫຼີມສະຫຼອງ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ

(VOVWORLD) - ນັບແຕ່ເວລາ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ກ່ອນນີ້ 27 ປີ, ນີ້ແມ່ນໄລຍະເວລາທີ່ມີຄວາມໝາຍທີ່ສຸດສຳລັບ ຫວຽດນາມ ແລະ ອາຊຽນ ໃນໄລຍະທາງແຫ່ງການສ້າງປະຊາຄົມ ອາຊຽນ ວິໄສທັດຮອດປີ 2025.
ການພົບປະສ້າງສັນສະເຫຼີມສະຫຼອງ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ - ảnh 1ທ່ານນາງ ຟານທິຮົ່ງຊວນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາຊຽນ ນະຄອນໂຮ່ຈີມິນ (ພາບ: TTXVN)

ຕອນເຊົ້າວັນທີ 5 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດ ການພົບປະສ້າງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (28/7/1995 – 28/7/2022) ແລະ 55 ປີແຫ່ງວັນສ້າງຕັ້ງ ສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (8/8/1967 – 8/8/2022).

        ກ່າວຄຳເຫັນທີ່ພິທີ, ທ່ານນາງ ຟານທິຮົ່ງຊວນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາຊຽນ ນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ: ນັບແຕ່ເວລາ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ກ່ອນນີ້ 27 ປີ, ນີ້ແມ່ນໄລຍະເວລາທີ່ມີຄວາມໝາຍທີ່ສຸດສຳລັບ ຫວຽດນາມ ແລະ ອາຊຽນ ໃນໄລຍະທາງແຫ່ງການສ້າງປະຊາຄົມ ອາຊຽນ ວິໄສທັດຮອດປີ 2025.

        ທີ່ການພົບປະສ້າງສັນ, ໂດຍຕາງໜ້າຄະນະກົງສູນບັນດາປະເທດ ອາຊຽນ ຢູ່ນະຄອນ ໂຮ່ຈີມິນ, ທ່ານ Sok Dareth - ຫົວໜ້າສະຖານກົງສູນໃຫຍ່ ລາຊະອານາຈັກ ກຳປູເຈຍ ປະຈຳນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ: ນັບແຕ່ເມື່ອເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ນັບມື້ນັບສະແດງໃຫ້ເຫັນການເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງກຸ່ມ ອາຊຽນ ກໍ່ຄືຂອງປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ