ການພົບປະເຈລະຈາສຸດຍອດ ຫວຽດນາມ - ກຳປູເຈຍ

(VOVWORLD) - ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ເສີມຂະຫຍາຍ 2 ຂົງເຂດເສົາຄ້ຳສຳຄັນນີ້ ເພື່ອແນໃສ່ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ແຕ່ລະປະເທດ
ການພົບປະເຈລະຈາສຸດຍອດ ຫວຽດນາມ - ກຳປູເຈຍ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet)

        ຕອນເຊົ້າວັນທີ 11 ທັນວາ, ພາຍຫຼັງພິທີຕ້ອນຮັບຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 11-12 ທັນວາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ./

        ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ; ເສີມຂະຫຍາຍບັນດາກົນໄກຮ່ວມມືສຳຄັນລະຫວ່າງລັດຖະບານ 2 ປະເທດ; ເພີ່ມທະວີການເຊື່ອມຕໍ່; ພົວພັນແລກປ່ຽນລະຫວ່າງຊາວໜຸ່ມ ແລະ ການນຳໜຸ່ມຂອງ 2 ປະເທດ.

        ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ເສີມຂະຫຍາຍ 2 ຂົງເຂດເສົາຄ້ຳສຳຄັນນີ້ ເພື່ອແນໃສ່ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ແຕ່ລະປະເທດ; ຢືດໝັ້ນຫຼັກການບໍ່ອະນຸຍາດໃຫ້ບໍ່ວ່າກຳລັງໃດນຳໃຊ້ຜື້ນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ: ປີ 2022 ວົງເງິນການຄ້າ 2 ຝ່າຍໄດ້ລື່ນກາຍຕົວເລກ 10 ຕື້ USD; ສູ້ຊົນບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 20 ຕື້ USD ໃນໄລຍະຈະມາເຖິງ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີການຮັກສາຄວາມສາມັກຄີ, ຫຼັກໝັ້ນລວມ ແລະ ບົດບາດໃຈກາງຂອງ ອາຊຽນ ສຳລັບບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ; ຢືນຢັນສືບຕໍ່ສົມທົບກັນ, ສະໜັບສະໜູນຫຼັກໝັ້ນຂອງກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ສືບຕໍໍ່ຊຸກຍູ້ການຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ແລະ ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ…

        ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ