ການພົບປະແລກປ່ຽນດ້ານວັດທະນະທຳນັກສຶກສາຫວຽດນາມ ປະຈຳອີຢິບ

ການພົບປະແລກປ່ຽນດ້ານວັດທະນະທຳນັກສຶກສາຫວຽດນາມ ປະຈຳອີຢິບ - ảnh 1
ພາບປະກອບ (ຈາກອີນເຕີເນັດ)

(vovworld) – ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ອີ​ຢິບ​ໃຫ້​ຂ່າວ​ວ່າ: ສະຖານທູດ​ຫວຽດນາມ​ປະຈຳ ອີ​ຢິບ ສົມທົບ​ກັບ​ສະມາຄົມ​ນັກ​ສຶ​ກສາ​ຫວຽດນາມ​ຫາ​ກໍ​ຈັດ​ຕັ້ງ​ວັນ​ວັດທະນະທຳ​ຫວຽດນາມ​ທີ່​ນະ​ຄອງ​ຫຼວງ ກາຍ​ໂຣ. ການ​ເຄື່ອນ​ໄຫວ​ນີ້ ຖືກ​ດຳ​ເນີນ​ໃນ​ຂອບ​ເຂດ​ສັບປະດາ​ພົວປະ​ແລກປ່ຽນ​ວັ​ດທະນະ​ທຳ​ນັກ​ສຶກສາ​ຕ່າງປະ​ເທດ​ຢູ່ ອີ​ຢິບ, ​ໂດຍ​ກະຊວງ​ເໜືອ​ມະຫາວິທະຍາ​ໄລ​ຂອງ ປະ​ເທດ​ນີ້​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກສາ 10 ປະ​ເທດ​ໃນ​ໂລກ. ດ້ວຍ​ຫົວ​ຂໍ້​ວ່າ “ວັດທະນະທຳ​ຫວຽດນາມ​ຢູ່​ ກາຍ​ໂຣ”. ຈຸດປະສົງ​ຂອງ​ການ​ພົບ​ປະ​ແລ​ກປ່ຽນ​ແມ່ນ​ເພື່ອ​ແນ​ໃສ່​ແນະນຳ​ກັບ​ເພື່ອນ​ມິດສາ​ກົນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ ອີ​ຢິບ ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ບັນດາ​ປະ​ເທດ ອາຣັບ ​ເວົ້າ​ລວມກ່ຽວ​ກັບປະຫວັດສາດ ​ແລະ ບັນດາ​ວັດທະນະທຳ​ທີ່​ເປັນ​​ເອກະ​ລັກສະ​ເພາະ​ຂອງ​ຊາດ​ຫວຽດນາມ. ນັກ​ສຶກສາ ​ເຈີ​ນ​ແທງ​ເລ, ສະມາຊິກ​ໃນ​ຄະນະ​ຈັດ​ຕັ້ງ​ເວົ້າ​ວ່າ:

“ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດ​ທະນະ​ທຳ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ​ແຕ່​ວ່າ​ນີ້​ເປັນ​ຄັ້ງທຳ​ອິດ​ທີ່ນັກ​ສຶກສາ​ຫວຽດນາມ​ເຂົ້າ​ຮ່ວມ ​ເພື່ອ​ໂຄສະນາ​​ເຜິ​ຍ​ແຜ່​ວັດທະນະ​ທຳ​ຂອງ​ປະ​ເທດຕົນ​ໃຫ້​ແກ່​ເພື່ອ​ນມິດສາ​ກົນ. ພວກ​ຂ້າພະ​ເຈົ້າ​ຢາກ​​ແນະນຳກັບ​ເພື່ອ​ນມິດຢູ່​ໃນ​​ໂລກ​ວ່າ, ພວກ​ຂ້າພະ​ເຈົ້າ​ກໍ​ມີ​ພື້ນຖານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ຫວຽດນາມ​​ແມ່ນ​ປະ​ເທດ​ມີ​ມູນ​ເຊື້ອວັດທະນະທຳ​ມີ​ມາ​ແຕ່​ດຶກ​ດຳ​ປັນ, ມີ​ບັນດາ​ຜະລິດ​ຕະພັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຄື: ຊຸດ​ເສື້ອ​ຍາວ, ພິນສາຍ​ດຽວ ຫຼື​ບັນດາອາຫານ​ການ​ກິນ..​.”

ການ​ພົບ​ປະ​ແລກປ່ຽນ​ໄດ້​ເປັນ​ຂີດ​ໝາຍ​ທີ່​ມີ​ຕໍ່​ຜູ້​ມາ​ຊົ​ມ ກ່ຽວ​ກັບ​ລັກ​ສະ​ນະ​ວັດທະນະທຳສະ​ເພາະຂອງ​ຫວຽດນາມ. ນັກ​ສຶກສາ Reham, ສັງກັດ​ມະຫາວິທະຍາ​ໄລ Aih Shams ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແທ​້ຈິງ ກ່ຽວ​ກັບ​ຄວາມ​ງາມ​ດ້ານວັດທະນະທຳ​ຫວຽດນາມ, ນີ້​ເປັນ​ຄັ້ງ​ທຳ​ອິດ​ຂ້າພະ​ເຈົ້າ ​ເຂົ້າ​ຮ່ວມ​ບັນຍາກາດ​ວັດທະນະທຳ​ທີ່​ດຶງ​ດູດ​ໃຈ​ຄື​ແນວ​ນັ້ນ. ສຽງ​ຂອງ​ພິນ​ສາຍ​ດຽວ ຂອງ​ພວກ​ເພື່ອນ​ໄດ້​​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າມີ​ຄວາມ​ຮູ້​ສຶກພິ​ເສດ, ຂ້າພະ​ເຈົ້າ​ຮູ້​ສື​ກປະ​ທັບ​ໃຈ​ຫຼາຍ​ຕໍ່​ການສະ​ແດງ​ນີ້”

ຂ່າວ/ບົດ​ອື່ນ