ການ​ພົບ​ປະ​ແຫ່ງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ ລັດ​ເຊຍ - ຫວຽດ​ນາມ

(VOVWORLD) -  ເປີດສາກການພົບປະ, ບັນດາຜູ້ແທນໄດ້ສະຫງວນໜຶ່ງນາທີເພື່ອໄຫວ້ອາໄລເຖິງດວງວິນ ຍານຂອງບັນດາເພື່ອຮ່ວມກົມກອງທີ່ເສຍສະຫຼະຊີວິດໃນໄລຍະທີ່ຜ່ານມາ.
ການ​ພົບ​ປະ​ແຫ່ງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ ລັດ​ເຊຍ - ຫວຽດ​ນາມ - ảnh 1ທ່ານ Nikolai Kolesnik  ປະທານສະມາຄົມນັກຮົບເກົ່າລັດເຊຍ

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນໄຊຊະນະຂອງການສຸ້ຮົບຄັ້ງທຳອິດຂອງກອງທັບ ແລະ ປະຊາຊົນຫວຽດນາມ ເຮັດໃຫ້ ການບຸກໂຈມຕີຍຸດທະສາດຂອງ ກອງທັບອາກາດ ອາເມລິກາ ປະລາໄຊ(ວັນທີ 5 ສິງຫາ), ຕອນບ່າຍວັນທີ 4 ສິງຫາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຳເນີນການພົບປະປະຈຳປີ ຄັ້ງທີ 49 ຂອງບັນດານັກຮົບເກົ່າ ລັດເຊຍ ທີ່ເຄີຍປະຕິບັດໜ້າທີຢູ່ ຫວຽດນາມ ໃນຊຸມປີແຫ່ງສົງຄາມ.

ຈາກນັ້ນ, ທ່ານ ໂງກວກທ໊າຍ ຮອງເລຂາຄະນະພັກກອມມູນິດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ, ໂດຍແມ່ນນັກຮົບເກົ່າທີ່ມີອາຍຸການປະຕິບັດງານມາເປັນເວລາ 25 ປີ ໄດ້ແບ່ງປັນບັນດາອະນຸສອນໃນໄລຍະສົງຄາມ, ເປັນຕົ້ນແມ່ນເລື່ອງບັນດາທະຫານ ຫວຽດນາມ ໄດ້ຮັບການຖ່າຍທອດຄວາມຮູ້, ບົດຮຽນປະສົບການ ຈາກບັນດານັກຊ່ຽວຊານ ລັດເຊຍ. ທ່ານ ໂງກວກທ໊າຍ ໄດ້ຕີລາຕາສູງ ການຊ່ວຍເຫຼືອອັນລ້ຳຄ່າ ຂອງບັນດານັກຊ່ຽວຊານ ລັດເຊຍ ທີ່ໄດ້ສະຫງວນໃຫ້ປະຊາຊົນຫວຽດນາມໃນພາລະກິດຕໍ່ສູ້ເພື່ອເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

        ໂດຍຕາງໜ້າໃຫ້ແກ່ນັກຮົບເກົ່າ ລັດເຊຍ ທີ່ເຄີຍປະຕິບັດງານຢູ່ ຫວຽດນາມ, ທ່ານປະທານ Nikolai Kolesnik ໄດ້ຮັບຮູ້ເຖິງບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງບັນດາສາມະຊິກເຂົ້າໃນການຮັກສາ ແລະ ເຮັດໃຫ້ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງປະເທດ ຫວຽດນາມ - ລັດເຊຍນັບມື້ນັບດີຂຶ້ນກວ່າເກົ່າ.

 ແອັງຕູ - ນັກຂ່າວ vov

ຕອບກັບ

ຂ່າວ/ບົດ​ອື່ນ