ການພົວພັນ ຫວຽດນາມ - ເກົາຫຼີ ໄດ້ພັດທະນາອັນດີງາມ

(VOVWORLD) -ວັນທີ 24 ຕຸລາ, ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສ. ເກົາຫຼີ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 16 ຢູ່ນະຄອນ Seoul ຂອງປະເທດ ສ. ເກົາຫຼີ. ກອງປະຊຸມເພື່ອແນໃສ່ສະຫຼຸບບັນດາໝາກຜົນທີ່ສອງຝ່າຍບັນລຸໄດ້ໃນ 1 ປີ ຜ່ານມາ

ແລກປ່ຽນຄວາມຄິດຄວາມເຫັນແກ້ໄຂບັນດາຂໍ້ຕິດຂັດໃນປະຈຸບັນ, ພ້ອມທັງວາງທິດທາງໃຫ້ບັນດາຂົງເຂດການຮ່ວມມືໃນໄລຍະຈະມາເຖິງ, ກະກຽມໃຫ້ການພົບປະແລກປ່ຽນສອງຝ່າຍຂັ້ນສູງ ຫວຽດນາມ - ສ. ເກົາຫຼີ ເນື່ອງໃນສັບປະດາຂັ້ນສູງ APEC 2017 ຈະດຳເນີນ ຢູ່ຫວຽດນາມ ໃນຕົ້ນເດືອນ ພະຈິກ ຈະມາເຖິງ. ທີ່ກອງປະຊຸມ, ສອງຝ່າຍແລກປ່ຽນຄວາມຄິດຄວາມເຫັນແກ້ໄຂຄວາມຫຍຸ້ງຍາກກໍ່ຄື: ວາງບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ນັບທັງຢູ່ບັນດາເວທີປາໄສພາກພື້ນ ແລະ ຫຼາຍຝ່າຍ. ສອງຝ່າຍສືບຕໍ່ແບ່ງປັນທັດສະນະລວມທີ່ຄະນະກຳມະການໄດ້ສວມບົດບາດສຳຄັນໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ ລະຫວ່າງ ຫວຽດນາມ ແລະ ສ. ເກົາຫຼີ ແລະ ຄວນເພີ່ມທະວີເພື່ອສືບຕໍ່ມີບັນດາການປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນສອງຝ່າຍ.

        ກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສ. ເກົາຫຼີ ຈະດຳເນີນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ