ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍພັດທະນາຢ່າງຂະຫຍັນຂັນເຄື່ອນ

ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍພັດທະນາຢ່າງຂະຫຍັນຂັນເຄື່ອນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ພົບ​ປະ​ກັບ​ປະ​ຊາ​ຄົ​ມ​ຊາວ ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ

(vovworld) –  ​ທ່ານ ຟ້າມ​ບີ່ງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພວມ​ມີ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23 – 25/11. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ວັນ​ທີ 23/11, ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ໄດ້​ພົບ​ປ​ະ ແລະ ເຮັດ​ວຽກ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ​ລັດ​ເຊຍ Arkady Dvorkovich, ທ່ານ​ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ ດູ​ມາ ແຫ່ງ​ຊາດ (ສະ​ພາ​ຕ່ຳ) ລັດ​ເຊຍ Ivan Melnikov ແລະ ທ່ານ​ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ​ສະ​ພາ​ສະ​ຫະ​ພັນ (ສະ​ພາ​ສູງ) ລັດ​ເຊຍ Nikolai Fedokov. ທີ່​ການ​ພົບ​ປະ​ກັບ​ທ່ານ Dvorkovich, 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ລັດ​ເຊຍ ພັດ​ທະ​ນາ​ຂະ​ຫຍັນ​ຂັນ​ເຄື່ອນ​ໃນ​ໄລ​ຍະ​ຜ່ານ​ມາ, ພ້ອມ​ທັງ​ເປັນ​ເອ​ກະ​ພາບ​ຈະ​ສົມ​ທົບ​ກັນ​ຢ່າງ​ແໜ​້ນ​ແຟ້ນ​ເພື່ອ​ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ເສດ​ຖະ​ກິດ ອ​າ​ຊີ - ເອີ​ລົບ ​ຢ່າງມ​ີ​ປະ​ສິດ​ທິ​ຜົນດ້ວຍ​ຈຸດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ 10 ຕື້ USD ໃນ​ປີ 2020.

        ທ່​ີ​ການ​ພົບ​ປະ​ກັບ ທ່ານ​ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ ດູ​ມາ ແຫ່ງ​ຊາດ (ສະ​ພາ​ຕ່ຳ) ລັດ​ເຊຍ Ivan Melnikov, ສອງ​ຝ່າຍ​ປາດ​ຖະ​ໜາ​ຢາກ​ໃຫ​້​ອົງ​ການ​ນິ​ຕິ​ບັນ​ຍັດ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ, ຍົກ​ສ​ູງ​ບົດ​ບາດ​ຕິດ​ຕາມກວດ​ກາ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ປະ​ຕິ​ບັດ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ​ເຊິ່​ງ​ທັງ 2 ຝ່າຍ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ. ໃນ​ການ​ພົບ​ປະທ່ານ​ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ​ສະ​ພາ​ສະ​ຫະ​ພັນ (ສະ​ພາ​ສູງ) ລັດ​ເຊຍ Nikolai Fedokov, ສອງ ຝ່າຍ​ເປັນ​ເອ​ກະ​ພາບ​ຈະ​ສືບ​ຕໍ່​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອໃຫ້​​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຮ່ຳ​ຮຽ​ນ, ອອກ​ແຮງ​ງານ ແລະ ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ ແລະ ຖືກຕ້ອງ​ຕາມ​ກົດ​ໝາຍ​ຢູ່ ລັດ​ເຊຍ.


ຂ່າວ/ບົດ​ອື່ນ