ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ​ມີ​ສະ​ຖຽນ​ລະ​ພາບປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສ​າສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ຮ່ວມມ​ື​ໃນ​ພາກ​ພື້ນ

(VOVWORLD) - ບັນດາຜູ້ແທນໄດ້ເນັ້ນໜັກເຖິງບົດບາດຂອງ ຫວຽດນາມໃນນະໂຍບາຍການຕ່າງປະເທດ ຂອງ ອາເມລິກາ ກໍ່ຄືໃນພາກພື້ນ ແລະ ໃນເວທີສາກົນ.
ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ​ມີ​ສະ​ຖຽນ​ລະ​ພາບປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສ​າສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ຮ່ວມມ​ື​ໃນ​ພາກ​ພື້ນ - ảnh 1 ກອງປະຊຸມ “ ຫວຽດນາມ - ອາເມລິກາ ມຸ່ງໄປສູ່ການຮ່ວມມືຍຸດທະສາດ”

ກອງປະຊຸມ “ ຫວຽດນາມ - ອາເມລິກາ ມຸ່ງໄປສູ່ການຮ່ວມມືຍຸດທະສາດ”ໄດ້ດຳເນີນໄປໃນວັນທີ 3 ເມສາ, ຢູ່ສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ (CSIS) ຢູ່ ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ. ມີນັກຄົ້ນຄ້ວາ ແລະ ນັກຮຽນຮູ້ຫຼາຍທ່ານຂອງ ອາເມລິກາ ໄດ້ເຂົ້າຮ່ວມເຫດການນີ້.

ກອງປະຊຸມໄດ້ສຸມໃສ່ບັນດາເນື້ອໃນຄື: ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອາເມລິກາ ແລະ ອາເມລິກາ - ຫວຽດນາມ ໃນພາກພື້ນ. ບັນດາຜູ້ແທນໄດ້ປຶກສາຫາລືບັນດາສິ່ງກີດຂວາງ ແລະ ຄວາມສະດວກໃນການພົວພັນ ຫວຽດນາມ - ອາເມລິກາ, ພ້ອມທັງເນັ້ນໜັກເຖິງບົດບາດຂອງ ຫວຽດນາມໃນນະໂຍບາຍການຕ່າງປະເທດ ຂອງ ອາເມລິກາ ກໍ່ຄືໃນພາກພື້ນ ແລະ ໃນເວທີສາກົນ. ທ່ານນາງ Amy Searight, ຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ຂຶ້ນກັບສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ໃຫ້ຮູ້ວ່າ:

ຫວຽດນາມ ແລະ ອາເມລິກາ ມີບັນດາຜົນປະໂຫຍດລວມ ແລະ ແບ່ງປັນວິໄສທັດກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທີ່ອີງໃສ່ບັນດາຫຼັກການ, ພິເສດແມ່ນໃນຂົງເຂດການເດີນທະເລໃນພາກພື້ນ. ສອງປະເທດໄດ້ຜ່ານຜ່າອຸປະສັກຕ່າງໆ ແລະ ໄດ້ມີຄວາມຄືບໜ້າທີ່ດີຫຼາຍຢ່າງໃນບາງຂົງເຂດທີ່ມີລັກສະນະປະຫວັດສາດ. ສອງປະເທດໄດ້ພ້ອມກັນປຶກສາຫາລື ແລະ ຊອກຫາວິທີການຮ່ວມມືທີ່ມີປະສິດທິຜົນກ່ວາ ແລະ ຂ້າພະເຈົ້າຄິດວ່າ ໃນອະນາຄົດການພົວພັນ ຫວຽດນາມ - ອາເມລິກາ ຈະມີຄວາມໃສແຈ້ງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ