ການພົວພັນຈີນ-ອາຊຽນພວມຢູ່“ໃນໄລຍະພັດທະນາດີທີ່ສຸດ”

ການພົວພັນຈີນ-ອາຊຽນພວມຢູ່“ໃນໄລຍະພັດທະນາດີທີ່ສຸດ” - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ລ້ຽວ​ເຈີນ​ມິນ
(ພາບ: THX/TTXVN)

(vovworld) - ວັນ​ທີ 31/08, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ລ້ຽວ​ເຈີນ​ມິນ ໄດ້ຢືນ​ຢັນ​ວ່າ, ບັນ​ດາ​ການ​ພົວ​ພັນ​ຂອງ​ປະ​ເທດນີ້​ກັບ​ອາ​ຊຽນ ພວມ​ກ້າວ​ເຂົ້າ​ສູ່ “​ໄລ​ຍະ​ພັດ​ທະ​ນາ​ດີ​ທີ່​ສຸດ”. ກ່າວ​ຄຳ​ເຫັ​ນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ ລ້ຽວ​ເຈີນ​ມິນ ໄດ້​​ອອກແຈ​້ງ​ການ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລິ໋​ເຄີ​ສຽງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບັນ​ດາ​ການ​ນຳ​ອາ​ຊຽນ - ຈີນ (10+1) ຄັ້ງ​ທີ 19, ກອງ​ປະ​ຊຸມ​ບັນ​ດາ​ການ​ນຳ​ອາ​ຊຽນ - ຈີນ, ຍີ່​ປ​ຸ່ນ ແລະ ສ.ເກົາ​ຫຼີ (10+3) ຄັ້ງ​ທີ 19 ແລະ ກອງ​ປະ​ຊຸມ​ສຸດຍອດອາ​ຊີ ​ຕາ​ເວັນ​ອອກຄັ້ງ​ທີ 11 ເຊິ່ງ​ຈະ​ໄດ້​ຈັດ​ຕັ້ງ​ຢູ່​ສ​ປ​ປ.ລາວ ໃນ​ລະ​ຫວ່າ​ງວັນ​ທີ 06 – 09/09 ຈະ​ມາ​ເຖິງ. ຕາມ​ທ່ານ ລ້ຽວ​ເຈີນ​ມິນ ແລ້ວ, ການ​ຢ້ຽມ​ຢາມ​​ຈະ​ມາ​ເຖິງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລິ໋​ເຄີ​ສຽງ ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ - ຈີນ ເລິກ​ເຊິ່ງ​ຂຶ້ນ​ຕື່ມ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂດອາ​ຊີ​ຕາ​ເວັນ​ອອກ ແລະ ຮັກ​ສາ​ສັນ​ຕະ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ທ່ານກ​ໍ​ໃສ່​ໃຈ​ວ່າ, ປະ​ຈຸ​ບັ​ນ, ຈີນ ແມ່ນ​ຄູ່​ຄ້າ​ໃຫຍ່​ທີ​ສຸດ​ຂອງ​ອາ​ຊຽນ ແລະ ອາ​ຊຽນ ແມ່ນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ຈີນ, ພ້ອມ​​ກັນ​ນັ້ນ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃນ 6 ເດືອນ​ຕົ້ນ​ປີ 2016 ບັນ​ລຸ 209 ຕື້ USD.

ຂ່າວ/ບົດ​ອື່ນ