ການພົວພັນລັດເຊຍແລະອາເມລິກາພຽງແຕ່ເປັນຮູບປະທຳຄືນໃໝ່ພາຍຫຼັງການພົບປະ 2 ຝ່າຍຢ່າງເປັນທາງການ

ການພົວພັນລັດເຊຍແລະອາເມລິກາພຽງແຕ່ເປັນຮູບປະທຳຄືນໃໝ່ພາຍຫຼັງການພົບປະ 2 ຝ່າຍຢ່າງເປັນທາງການ - ảnh 1
ທ່ານ Dmitry Peskov, ເລ​ຂາ​ທິ​ການ​ດ້ານ​ສື່ມວນ​ຊົນ 

(vovworld) - ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ ລັດ​ເຊຍ - ອາ​ເມ​ລິ​ກາ ​​ຍັງ​ບໍ່​ທັນ​ໄດ້ “ສ້າງ​ເປັນ​ຮູບ​ປະ​ທຳ​ຄືນໃໝ່”, ​ຕ້ອງ​ລໍ​ຖ້າ​ບັນ​ດາ​ການ​ພົບ​ປະ​ທາງ​ການ​ທຳ​ອິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ລະ​ຫວ່າງ ມົດ​ສະ​ກູ ແລະ ວໍ​ຊິງ​ຕັນ. ຖະ​ແຫຼງ​ການ​ຂອງທ່ານ Dmitry Peskov, ເລ​ຂາ​ທິ​ການ​ດ້ານ​ສື່ມວນ​ຊົນ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ, ​ທີ່ຍົກ​ອອກ​ມາ​ໃນ​ວັນ​ທີ 15/2 ຖື​ວ່າ: ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ ລັດ​ເຊຍ - ອາ​ເມ​ລິ​ກາ ​ຍັງບໍ່​ທັນ​ເປັນ​ຮູບ​ປະ​ທຳ​ຄືນ​ໃໝ່​ເທື່ອ, 2 ຝ່າຍພຽງ​ແຕ່​ແລກ​ປ່ຽນ​ບັນ​ດາ​​ຄຳຖະ​ແຫຼງ​ກ່ຽວ​ກັບ​ເລື່ອງສ້າງ​ການ​ພົວ​ພັນເຊິ່ງ​ປະ​ຈຸ​ບັນ​ພວມ​ຕົກ​ຢູ່​ໃນ​ສະ​ພາບ​ມືດ​ມົວ​ເທົ່າ​ນັ້ນ. ທ່ານ​ຖື​ວ່າ ໃນ​ສະ​ພາບ​ການ​ດັ່ງ​ກ່າວບໍ່​ຄວນ​ຟ້າວ​ຝັ່ງ. ຊ້ຳ​ບໍ່​ໜຳ, ປະ​ຈຸ​ບັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ພວມ​ປັບ​ປຸງອຳ​ນາດ​ການ​ປົກ​ຄອງ​ໃຫ້​, ດັ່ງ​ນັ້ນ ຄວນ​ລໍ​ຖ້າ​​ຈົນຮອດ​ເວ​ລາ​ທີ່​ກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຂອງ​ເສດ​ຖີເງິນ​ຕື້​ຜູ້​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ຄົບ​ຖ້ວນ ແລະ ເມື່ອ ມົດ​ສະ​ກູ ແລະ ວ​ໍ​ຊິງ​ຕັນ ​ເລີ່ມຕົ້ນ​ການ​ພົບ​ປະ​ທາງ​ການ​ທຳ​ອິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ