ການ​ພົວ​ພັນ​ລະ​ຫວ່າງ ຈີນ - ຍີ່​ປຸ່ນ ຢືນ​ຢູ່​ຕໍ່ໜ້າ​ກາ​ລະໂອ​ກາດ​ແຫ່ງ​ການພັດ​ທະ​ນາ​ທີ່​ສຳ​ຄັນ

(VOVWORLD) -ຕອນບ່າຍວັນທີ 23 ທັນວາ, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ 3 ຝ່າຍກັບປະເທດຈີນ ແລະ ສ.ເກົາຫຼີ ຢູ່ ນະຄອນເຈິ້ງຕູ ປະເທດຈີນ. 

ການ​ພົວ​ພັນ​ລະ​ຫວ່າງ ຈີນ - ຍີ່​ປຸ່ນ ຢືນ​ຢູ່​ຕໍ່ໜ້າ​ກາ​ລະໂອ​ກາດ​ແຫ່ງ​ການພັດ​ທະ​ນາ​ທີ່​ສຳ​ຄັນ - ảnh 1ທ່ານປະທານປະເທດຈີນ ສີຈິ້ນຜິງພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe

(ພາບ: THX/TTXVN)

ປະທານປະເທດຈີນຖືວ່າ ການພົວພັນສອງຝ່າຍພວມຢືນຢູ່ຕໍ່ໜ້າ “ກາລະໂອກາດແຫ່ງການພັດທະນາທີ່ສຳຄັນ”, ຢັ້ງຢືນວ່າ ພ້ອມແລ້ວທີ່ຈະພ້ອມກັບ ຍີ່ປຸ່ນຮັກສາການແລກປ່ຽນຢ່າງແໜ້ນແຟ້ນ, ເພີ່ມທະວີບົດບາດເປັນເຈົ້າພາທາງດ້ານການເມືອງ, ຊຸກຍູ້ການພົວພັນລະຫວ່າງ ສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

        ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍ່ຕີລາຄາຢ່າງຕັ້ງໜ້າການພັດທະນາໃນການພົວພັນສອງຝ່າຍ ແລະ ຢັ້ງຢືນເຖິງ ຄວາມໝາຍສຳຄັນ ຂອງການພັດທະນາການພົວພັນນີ້ສຳລັບສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຂອງ ພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ