ການພົວພັນລະຫວ່າງສອງປະເທດ ສ. ເກົາຫຼີ ແລະ ຫວຽດນາມ ສືບຕໍ່ພັດທະນາຢ່າງແຮງ

(VOVWORLD) - ເມື່ອຕີລາຄາແງ່ຫວັງໃນການພົວພັນ ຫວຽດນາມ ແລະ ສ. ເກົາຫຼີ, ທ່ານ Hahn Choonghee ເຊື່ອໝັ້ນວ່າການ ພົວພັນ ຫວຽດນາມ - ສ. ເກົາຫຼີ ຈະສືບຕໍ່ພັດທະນາ ແລະ ຮັດແໜ້ນໃນທຸກດ້ານ. ນີ້ກໍ່ແມ່ນຄວາມມຸ່ງຫວັງຂອງປະມຸກລັດ ແລະ ການນຳຂັ້ນສູງ, ອຳນາດການປົກຄອງ, ພາກເອກະຊົນກໍ່ຄືຂອງປະຊາຊົນ, ໄວໜຸ່ມ 2 ປະເທດ.

ການພົວພັນລະຫວ່າງສອງປະເທດ ສ. ເກົາຫຼີ ແລະ ຫວຽດນາມ ສືບຕໍ່ພັດທະນາຢ່າງແຮງ - ນັ້ນແມ່ນຂໍ້ສັງເກດຂອງທ່ານ Hahn Choonghee, ທູດພິເສດຂອງປະທານສະພາແຫ່ງຊາດ ສ. ເກົາຫຼີ ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ປະຈຳ ສ. ເກົາຫຼີ ເນື່ອງໃນໂອກາດການຢ້ຽມຢາມ ສ. ເກົາຫຼີ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃນລະຫວ່າງວັນທີ 4 – 7 ທັນວາ. ເມື່ອຕີລາຄາແງ່ຫວັງໃນການພົວພັນ ຫວຽດນາມ ແລະ ສ. ເກົາຫຼີ, ທ່ານ Hahn Choonghee ເຊື່ອໝັ້ນວ່າການ ພົວພັນ ຫວຽດນາມ - ສ. ເກົາຫຼີ ຈະສືບຕໍ່ພັດທະນາ ແລະ ຮັດແໜ້ນໃນທຸກດ້ານ. ນີ້ກໍ່ແມ່ນຄວາມມຸ່ງຫວັງຂອງປະມຸກລັດ ແລະ ການນຳຂັ້ນສູງ, ອຳນາດການປົກຄອງ, ພາກເອກະຊົນກໍ່ຄືຂອງປະຊາຊົນ, ໄວໜຸ່ມ 2 ປະເທດ.

        ຕາມທ່ານ Hahn Choonghee ແລ້ວ, ມີສະມາຊິກສະພາແຫ່ງຊາດ ສ. ເກົາຫຼີ ຫຼາຍທ່ານຢາກມາຢ້ຽມຢາມ, ພົບປະ ແລະ ເຮັດວຽກກັບບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ, ບັນດານັກທຸລະກິດ, ນັກການເມືອງມີອິດທິພົນຊື່ສຽງ, ບັນດານັກຄົ້ນຄ້ວາ, ບັນດາການເຄື່ອນໄຫວໃນຂົງເຂດເອກະຊົນ. ດັ່ງນັ້ນ, ທ່ານຫວັງວ່າ, ສອງປະເທດຈະຈັດຕັ້ງບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນ, ສ້າງກາລະໂອກາດເພື່ອໃຫ້ສະພາແຫ່ງຊາດສອງປະເທດຮັດແໜ້ນ ແລະ ເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງຂຶ້ນຕື່ມໃນບັນດາບັນຫາ, ຂົງເຂດສຳຄັນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄື ພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ສ້າງລະບອບລະບຽບການ, ປະຕິບັດເປົ້າໝາຍສະຫັດສະຫວັດ.

ຕອບກັບ

ຂ່າວ/ບົດ​ອື່ນ